Vientiane Times Lao
ທີມເຕະບານຍິງ ເລີ່ມການຝຶກຊ້ອມ ເພື່ອກຽມຄວາມພ້ອມເຂົ້າຮ່ວມບານເຕະຍິງ ຊີງແຊ້ມອາຊີ ຮອບຄັດເລືອກ 2026

ທີມເຕະບານຍິງ ເລີ່ມການຝຶກຊ້ອມ ເພື່ອກຽມຄວາມພ້ອມເຂົ້າຮ່ວມບານເຕະຍິງ ຊີງແຊ້ມອາຊີ ຮອບຄັດເລືອກ 2026

ປະຈຸບັນ, ທີມເຕະບານຍິງ ຊາດລາວ ຊຸດໃຫຍ່ ໄດ້ເລີ່ມການຝຶກຊ້ອມ ຢູ່ທີ່ສະໜາມກິລາແຫ່ງຊາດຫຼັກ 16 ພາຍໃຕ້ການຮັບໜ້າທີ່ເປັນຫົວໜ້າຄຸມທິມ ຂອງທ່ານ ຈອງ ຊອງ ຊົນ (Jong Song-chon) ສັນຊາດ ສ ເກົາຫຼີ ເພື່ອກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນບານເຕະຍິງຊີງແຊ້ມອາຊີ ຮອບຄັດເລືອກ 2026 AFC Women’s Asian Cup 2026 Qualifiers.

ອີງຕາມແຫຼ່ງຂໍ້ມູນຈາກສະ​ຫະ​ພັນ​ບານ​ເຕະແຫ່ງຊາດລາວ (ສຕລ) ລາຍງານວ່າ: ການແຂ່ງຂັນບານເຕະຍິງຊີງແຊ້ມອາຊີ ຮອບຄັດເລືອກ 2026 ແມ່ນຈະເລີ່ມຈັດຂຶ້ນໃນລະຫວ່າງວັນທີ 23 ມິຖຸນາ 2025 ຫາ 5 ກໍລະກົດ 2025, ໂດຍເຕະບານຍິງ ທີມຊາດລາວ ຊຸດໃຫຍ່ ຖືກຈັດຢູ່ກຸ່ມ F ຮ່ວມກັບ ອຸດເບກິສຖານ (ເຈົ້າພາບ), ເນປານ, ລາວ ແລະ ສີລັງກາ.

ສໍາລັບ ຕາຕະລາງການແຂ່ງຂັນຂອງທີມຊາດລາວ ປະກອບມີ: ວັນທີ 29 ມິຖຸນາ 2025 ທີມຊາດລາວ ພົບກັບທີມຊາດເນປານ, ວັນທີ 2 ກໍລະກົດ 2025 ທີມຊາດລາວ ພົບກັບທີມຊາດອຸດເບກິສຖານ ແລະ ວັນທີ 5 ກໍລະກົດ 2025 ທີມຊາດລາວ ພົບກັບທີມຊາດສີລັງກາ.

ການແຂ່ງຂັນລາຍການດັ່ງກ່າວ ແມ່ນມີທີມເຂົ້າຮ່ວມທັງຫມົດ 34 ທີມ ແບ່ງອອກເປັນ 8 ກຸ່ມ ຊຶ່ງຈະຄັດເອົາອັນດັບ 1 ແຕ່ລະກຸ່ມ ຜ່ານເຂົ້າຮອບສຸດທ້າຍ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຈຳນວນ 4 ທີມ, ໂດຍຮອບສຸດທ້າຍ ຈະຈັດຂຶ້ນໃນປີ 2026 ຢູ່ທີ່ປະເທດ ອົດສະຕຣາລີ ຊຶ່ງມີທີມທີ່ລໍຖ້າໃນຮອບສຸດທ້າຍ ມີອົດສະຕຣາລີ (ເຈົ້າພາບ), ທີມຊາດຍີປຸ່ນ, ສປ ຈີນ ແລະ ສ ເກົາຫຼີ.

Related Articles

Leave a Reply