Vientiane Times Lao
ທົ່ວທຸກພາກຂອງປະເທດຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມພ້ອມມີລົມພັດແຮງ

ທົ່ວທຸກພາກຂອງປະເທດຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມພ້ອມມີລົມພັດແຮງ

 ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ພະຍາກອນອາກາດນັບແຕ່ເວລາ 7:00 ຂອງວັນທີ 24 ມີນາ ຫາ 7:00 ຂອງວັນທີ 25 ມີນາ 2022 ນີ້ວ່າ: ທົ່ວທຸກພາກຂອງປະເທດຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ ແລະ ຈະມີຝົນຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຍ້ອນຄວາມກົດດັນຕໍ່າຂອງອາກາດຮ້ອນ ມີກໍາລັງອ່ອນຍັງປົກຄຸມຢູ່ທົ່ວທຸກ ພາກຂອງປະເທດລາວ ຕື່ມອີກ ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ ພັດປົກຄຸມເປັນສ່ວນໃຫຍ່.

ການພະຍາກອນອາກາດໃນແຕ່ລະພາກໄດ້ລະບຸໄວ້ດັ່ງນີ້: ພາກເໜືອດ້ານຕາເວັນອອກ ປະກອບມີແຂວງຜົ້ງສາລີ, ເມືອງວຽງໄຊ ແລະ ເມືອງ ຊໍາເໜືອ ແຂວງຫົວພັນ ແລະ ຊຽງຂວາງ ອາກາດເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບ ຄ່ອຍຢູ່ເກືອບທົ່ວໄປ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການ ປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ.

ພາກເໜືອດ້ານຕາເວັນຕົກ ປະກອບມີແຂວງຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ ຈະມີເຝື້ອປົກຫຸ້ມເປັນສ່ວນຫຼາຍ ແລະ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 60% ຂອງພາກ.

ນະຄອນຫຼວງວຽງຈັນຈະມີເຝື້ອປົກຫຸ້ມເປັນສ່ວນຫຼາຍ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ຫຼື ເນື້ອທີ່ການ ປົກຫຸ້ມຂອງຝົນເທົ່າກັບ 50%.

ພາກກາງປະກອບມີ ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼຶ້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຈະມີຝົນຕົກໜັກ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ.

ແຂວງໄຊສົມບູນ ອາກາດເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%.

ພາກໃຕ້ປະກອບມີແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບ ທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫຼື ເນື້ອທີ່ ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ.

ເຂດພູພຽງບໍລະເວນອາກາດເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງໃນລະດັບ ຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ການ ປົກຫຸ້ມຂອງຝົນເທົ່າກັບ 40%.

Related Articles

Leave a Reply