ປະຈຸບັນ, ຊາວນາທົ່ວແຂວງຄໍາມ່ວນ ປູກເຂົ້າໄດ້ແລ້ວ 57. 562 ເຮັກຕາ ໃນນັ້ນ ນາຫວ່ານ ປະຕິບັດໄດ້ແລ້ວ 22.455 ເຮັກຕາ ເທົ່າກັບ 24,60 % ຂອງເນື້ອທີ່ ແລະ ນາດໍາປະຕິບັດ ໄດ້ແລ້ວ 35.107 ເຮັກຕາ ເທົ່າກັບ 38, 46 % ຂອງເນື້ອທີ່.
ຂະແໜງປູກຝັງທີ່ຂຶ້ນກັບພະແນກກະສິກໍາ ແລະ ປ່າໄມ້ ປະຈໍາແຂວງຄໍາມ່ວນ ລາຍງານວ່າ : ໃນລະດູການຜະລິດເຂົ້ານາປີ 2024 ທົ່ວແຂວງຄໍາມ່ວນ ມີເນື້ອທີ່ແຜນການທໍາການຜະລິດທັງໝົດ 91.272 ເຮັກຕາ, ຄາດຄະເນຜົນຜະລິດໃຫ້ໄດ້ 341.810 ໂຕນ ຊຶ່ງທົ່ວແຂວງ ໄດ້ນໍາໃຊ້ກົນຈັກທີ່ທັນສະໄໝກວມເອົາອັດຕາສ່ວນຫຼາຍໂດຍສົມທົບກັບການຜະລິດແບບດັ່ງເດີມ.
ສໍາລັບ ເມືອງທີ່ມີເນື້ອທີ່ແຜນການຜະລິດຫຼາຍກວ່າໝູ່ແມ່ນເມືອງໜອງບົກ, ເມືອງທ່າແຂກ ແລະ ເມືອງມະຫາໄຊຕາມລໍາດັບ.
ຂ່າວ: ແຂວງຄໍາມ່ວນ