Vientiane Times Lao
ທົ່ວໂລກຍັງບໍ່ມີປະເທດໃດທີ່ສາມາດຢັບຢັ້ງ ພະຍາດໂຄວິດ-19 ໄດ້ເທື່ອ

ທົ່ວໂລກຍັງບໍ່ມີປະເທດໃດທີ່ສາມາດຢັບຢັ້ງ ພະຍາດໂຄວິດ-19 ໄດ້ເທື່ອ

ຫຼາຍກວ່າ 200 ປະເທດໃນໂລກລວມທັງ ສປປ ລາວໄດ້ປະເຊີນກັບສັດຕູທີ່ຮ້າຍແຮງມາແບບບໍ່ມີສຽງນັບແຕ່ປີ 2019 ທີ່ຜ່ານມາຈົນຮອດປັດຈຸບັນ, ບາງປະເທດມີການລະບາດຂອງພະຍາດດັ່ງກ່າວຮອບ 2, ຮອບ 3 ແລ້ວກໍມີລວມທັງປະເທດ ລາວ ທີ່ກໍາລັງປະເຊີນໃນປັດຈຸບັນນີ້ ແລະ ຍັງບໍ່ມີປະເທດໃດທີ່ຈະສາມາດຢັບຢັ້ງ ຫຼື ຍັງບໍ່ມີປະເທດໃດທີ່ສາມາດຜະລິດວັກຊິນປ້ອງກັນພະຍາດນີ້ 100% ໄດ້ເທື່ອ ມີແຕ່ຜະລິດວັກຊິນເພື່ອສ້າງພູມຕ້ານທານໃນການປ້ອງກັນພະຍາດດັ່ງກ່າວບໍ່ໃຫ້ຕິດເຊື້ອໄດ້ງ່າຍເທົ່ານັ້ນ.

ສະເພາະປະເທດລາວໄດ້ມີການສືບຕໍ່ປະຕິບັດມາດຕະການຕ່າງໆໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ເປັນແຕ່ລະໄລຍະ ຊຶ່ງຫຼ້າສຸດກໍ່ໄດ້ມີການສືບຕໍ່ອີກ 15 ວັນນັບແຕ່ມື້ວັນທີ 1-15 ຕຸລາ 2021 ນີ້ ໃນຂອບເຂດທົ່ວປະເທດ. ກ່ອນທີ່ຈະມີການສືບຕໍ່ມາດຕະການດັ່ງກ່າວໃນແຕ່ລະໄລຍະນັ້ນ, ລັດຖະບານ ໄດ້ພິຈາລະນາຖີ່ຖ້ວນ ແລະ ວາງເປົ້າໝາຍໃນການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ເພື່ອເຮັດແນວໃດໃຫ້ພົນລະເມືອງລາວ ກໍຄືຊາວຕ່າງດ້າວ ທີ່ອາໄສຢູ່ດິນແດນລາວຕິດເຊື້ອໜ້ອຍທີ່ສຸດ ແລະ ຖ້າເສຍຊິວິດກໍ່ໃຫ້ມີໜ້ອຍທີ່ສຸດ, ພະຍາຍາມນຳພາປະຊາຊົນບັນດາເຜົ່າ ຫັນປ່ຽນແບບແຜນການດຳລົງຊິວິດຈາກອັນເປັນປົກກະຕິກ່ອນການລະບາດຂອງພະຍາດໂຄວິດ-19 ຈະກ້າວສູ່ການດຳລົງຊິວິດປົກກະຕິແບບໃໝ່ໃນເງື່ອນໄຂ ໂຄວິດ-19, ແນວທາງໃນການຈັດຕັ້ງປະຕິບັດ ການດຳລົງຊິວິດປົກກະຕິແບບໃໝ່ໃນເງື່ອນໄຂໂຄວິດ-19 ຢູ່ ສປປ ລາວ ແມ່ນຕ້ອງສອດຄ່ອງກັບສະພາບ ແລະ ຈຸດພິເສດຂອງປະເທດໂດຍທີ່ລັດຖະບານມີການຮຽນຮູ້ບົົດຮຽນ ຂອງຕ່າງປະເທດ ເພື່ອນມິດສາກົນ, ຮັບຟັງຄຳເຫັນທີ່ສ້າງສັນ ຂອງປະຊາຊົນເຮົາ ໃນແງ່ມຸມດ້ານຕ່າງໆ ແລ້ວໄດ້ພິຈາລະນາວ່າ: ພວກເຮົາຕ້ອງໄດ້ພະຍາຍາມສູງສຸດ ເພື່ອໃຫ້ມີການສົມດຸນ ແລະ ກົມກຽວກັນລະຫວ່າງມາດຕະການດ້ານການແພດ, ມາດຕະການດ້ານການບໍລິຫານ ແລະ ມາດຕະການດ້ານເສດຖະກິດ, ໝາຍຄວາມວ່າ ມາດຕະການຕ່າງໆ ທີ່ລັດຖະບານວາງອອກ ຕ້ອງຮັບປະກັນໄດ້ຄາດໝາຍການປ້ອງກັນພະຍາດ ໂຄວິດ-19, ພ້ອມກັນນັ້ນ, ກໍຕ້ອງໄດ້ຄຳນຶງເຖິງຜົນກະທົບທາງລົບ ຕໍ່ການພັດທະນາເສດຖະກິດ ແລະ ການດຳລົງຊິວິດຂອງປະຊາຊົນ.

 ຂ່າວ: ວຽງຈັນທາຍ

Related Articles

Leave a Reply