ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໄດ້ກໍານົດເອົາວັນທີ 21-23 ກໍລະກົດ 2021 ທີ່ຈະມາເຖິງນີ້ເປັນການສອບເສັງຈົບຊັ້ນມັດທະຍົມສຶກສາ ປີທີ 4 ແລະ ກຳນົດເອົາວັນທີ 28-30 ກໍລະກົດ 2021 ເປັນການສອບເສັງຈົບຊັ້ນສຳລັບປີທີ 7 ຊຶ່ງການສອບເສັງດັ່ງກ່າວຈະຈັດໃນວັນ ແລະ ເວລາດັ່ງກ່າວພ້ອມກັນໃນທົ່ວປະເທດ, ສະເພາະການສອບເສັງຈົບຊັ້ນ ປ5 ຈະໄດ້ເລື່ອນອອກໄປກ່ອນ.
ການສອບເສັງດັ່ງກ່າວນັ້ນ ແມ່ນໃຫ້ນັກຮຽນ ແລະ ຄູອາຈານປະຈຳຫ້ອງເສັງພ້ອມກັນປະຕິບັດ ມາດຕະ ການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ເຊັ່ນ: ໃສ່ຜ້າປິດປາກ- ດັງ, ແທກອຸນຫະພູມ, ເວັ້ນໄລຍະຫ່າງ 1 ແມັດຂຶ້ນໄປ ແລະ ອື່ນໆ.
ຂ່າວ: ວຽງຈັນທາຍ