ບໍລິສັດ ມີສລາວ ຈຳກັດ ເຊິ່ງເປັນ ຜູ້ຖືລິຂະສິດເວທີປະກວດມີສຢູນິເວີສ ລາວ ແຕ່ພຽງຜູ້ດຽວໃນປະເທດລາວ ນັບຕັ້ງແຕ່ປີ 2017 ເປັນຕົ້ນມາ ໄດ້ຄັດເລືອກ ຫຼື ແຕ່ງຕັ້ງທີມບໍລິຫານຈັດການໃໝ່ ຂອງໂຄງການປະກວດມີສຢູນິເວີສລາວ ໂດຍແຕ່ງຕັ້ງທ່ານນາງ ຈັນໂສ ຈິດຕິວົງ ເປັນຜູ້ບໍລິຫານມິດຢູນິເວິສຄົນໃໝ່ ຊຶ່ງພິທີຖະແຫຼງຂ່າວການແຕ່ງຕັ້ງດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 1 ມິຖຸນາ 2021 ທີ່ຜ່ານມາທີ່ນະຄອນຫຼວງວຽງຈັນ.
ໃນພິທີດັ່ງກ່າວ, ທ່ານ ພິມມະເສນ ແສງມະນີ ຕາງໜ້າບໍລິສັດ ມີສລາວ ຈຳກັດ ໄດ້ກ່າວວ່າ: “ບໍລິສັດ ມີສລາວ ຈໍາກັດ ເຫັນດີເປັນເອກະພາບແຕ່ງຕັ້ງທ່ານນາງ ຈັນໂສ ຈິດຕິວົງ ຜູ້ອຳນວຍການ ຮ້ານເພັດພະໄທ ຈິວເວີລີ ແລະ ທຸລະກິດໃນເຄືອ ເປັນປະທານໂຄງການປະກວດມີສຢູນິເວີສລາວ ປີ 2021-2022 ຢ່າງເປັນທາງການ, (New National Director ) ສ່ວນການປະສານງານ ກັບກອງປະກວດໃຫຍ່ຢູ່ສະຫະລັດ ອາເມລິກາ ແມ່ນຈະເປັນໄປຕາມລະບຽບກົດໝາຍ. ຂະນະທີ່ ເອກະສານໃນການຄັດເລືອກປະທານນີ້ ກໍ່ເປັນໄປຕາມລະບຽບຫຼັກການທີ່ຖືກຕ້ອງ”.
ໂອກາດດັ່ງກ່າວ, ທ່ານນາງ ຈັນໂສ ຈິດຕິວົງ ປະທານໂຄງການປະກວດມີສຢູນິເວີສລາວຄົນໃໝ່ໄດ້ກ່າວໃນພິທີວ່າ: “ການມາຮັບໜ້າທີ່ທີ່ມີກຽດຄັ້ງນີ້, ຂໍສັນຍາວ່າ ຈະເຮັດໃຫ້ດີທີ່ສຸດ. ສໍາລັບ ການຄັດເລືອກສາວງາມ ໃນການປະກວດປີ 2021 ນີ້ ຈະມີຂຶ້ນຢ່າງແນ່ນອນ ແລະ ເປີດກວ້າງໃຫ້ແມ່ຍິງລາວທຸກຄົນທີ່ມີເງື່ອນໄຂເຂົ້າຮ່ວມ, ຂໍຝາກໃຫ້ທຸກທ່ານຕິດຕາມຜົນງານທີມງານພວກເຮົາດ້ວຍ”.
ນອກຈາກຄັດເລືອກປະທານໂຄງການແລ້ວ, ຍັງແຕ່ງຕັ້ງທີມງານບໍລິຫານຈັດການໃໝ່ຄົບຊຸດ ເປັນຕົ້ນ ຄັດເລືອກເອົາ ທ່ານ ເທບມະຫາວິໄຊ ໄຊທິລາດ ຜູ້ອຳນວຍການ ບໍລິສັດ ກ້າວໜ້າ ອໍການາຍເຊີ້ ຈໍາກັດ ແລະ ກຸ່ມທຸລະກິດໃນເຄືອ ຫຼື ຕ້າ ເອແພັກ ເປັນຜູ້ອຳນວຍການໂຄງການປະກວດ General Director of Miss Universe Laos ພ້ອມດ້ວຍຕໍາແໜ່ງງານອື່ນໆ ທີ່ເປັນທີມງານຄຸນນະພາບຂອງໂຄງການປະກວດມີສຢູນີເວີສລາວເພື່ອໃຫ້ການປະກວດດຳເນີນໄດ້ສະດວກຂື້ນ.
ສາວໆອາຍຸ 18-27 ປີ ສູງ163 ຊັງຕີແມັດຂື້ນໄປມີຄວາມຮູ້ດ້ານພາສາອັງກິດປານກາງ ແລະ ສາວງາມທີ່ເຄີຍຜ່ານການປະກວດຈາກເວທີອື່ນສາມາດສະໝັກໃນໂຄງການນີ້ເພື່ອສົ່ງເສີມບົດບາດຂອງແມ່ຍິງລາວ ແລະ ເຜີຍແຜ່ວັດທະນະທຳ ແລະ ການທ່ອງທ່ຽວລາວສູ່ເວທີສາກົນ. ຜູ້ຊະນະເລີດຈະໄດ້ຮັບລາງວັນ 100 ລ້ານກີບ ແລະມົງກຸດເພັດແທ້ ຈາກຮ້ານເພັດພະໄທ.
ຂ່າວ-ພາບ: ສີສຸພັນ ອໍາພອນພົງ