ວັນທີ 17ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານເຟິດີນານ ໂຣມົວເດັດ ມາໂຄສ ປະທານາທິບໍດີຟິລິບປິນຢູ່ນະຄອນຫຼວງບາງກອກຂອງໄທ.
ທ່ານສີຈິ້ນຜິງກ່າວເນັ້ນວ່າ: ສອງຝ່າຍຕ້ອງສືບຕໍ່ລົງເລິກຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ເຊື່ອມໂຍງເຂົ້າກັບແຜນການ “ສ້າງສາໃຫ້ຫຼາຍ ແລະ ສ້າງສາໃຫ້ດີ” ຂອງຟິລິບປິນ. ກ່ຽວກັບບັນຫາທະເລຈີນໃຕ້, ສອງຝ່າຍຕ້ອງຍຶດໝັ້ນເປິກສາຫາລືກັນຢ່າງມີໄມຕີຈິດ, ແກ້ໄຂຄວາມຂັດແຍ້ງ ແລະ ໂຕ້ຖຽງກັນຢ່າງເໝາະສົມ.ຈີນ ແລະ ຟິລິບປິນແມ່ນປະເທດພວມພັດທະນາໃນອາຊີ, ສອງຝ່າຍຕ້ອງຮ່ວມກັນຕໍ່ຕ້ານລັດທິຝ່າຍດຽວ ແລະ ການກະທຳຂົ່ມເຫັງ, ພ້ອມກັນປົກປັກຮັກສາຄວາມທ່ຽງທຳ ແລະ ຄວາມເປັນທຳ, ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ.
ທ່ານມາໂຄສກ່າວວ່າ: ຂ້າພະເຈົ້າມີເຈດຈຳນົງມາໂດຍຕະຫຼອດວ່າບໍ່ຄວນຖືວ່າບັນຫາທາງ ທະເລເປັນພາກສ່ວນທັງໝົດຂອງການພົວພັນຟີລິບປິນ-ຈີນ. ຟິລິບປິນຈະສືບຕໍ່ຍຶດໝັ້ນນະໂຍບາຍປະເທດຈີນດຽວ, ຍຶດໝັ້ນຫຼັກການສັນຕິພາບ, ຍຶດໝັ້ນນະໂຍບາຍການຕ່າງປະເທດທີ່ເປັນເອກະລາດ ແລະ ເປັນເຈົ້າຕົນເອງ, ບໍ່ເລືອກຝ່າຍ. ຟິລິບປິນຍິນດີເປິກສາຫາລືກັບຈີນຢ່າງຕັ້ງໜ້າ ເພື່ອຊອກຄົ້ນຊຸກຍູ້ການຮ່ວມກັນບຸກເບີກ ອາຍແກັດ ແລະ ນ້ຳມັນເຊື້ອໄຟທາງທະເລ.
ຂ່າວຈາກ: CRI-FM93