Vientiane Times Lao
ທ່ານຮອງນາຍົກ ເນັ້ນໃຫ້ ແຂວງສະຫວັນນະເຂດ ເອົາໃຈໃສ່ຂຸດຄົ້ນແຫຼ່ງລາຍຮັບໃໝ່ ທີ່ເປັນພື້ນຖານຕາມທ່າແຮງ

ທ່ານຮອງນາຍົກ ເນັ້ນໃຫ້ ແຂວງສະຫວັນນະເຂດ ເອົາໃຈໃສ່ຂຸດຄົ້ນແຫຼ່ງລາຍຮັບໃໝ່ ທີ່ເປັນພື້ນຖານຕາມທ່າແຮງ

ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ໄດ້ເນັ້ນໜັກໃຫ້ແຂວງສະຫວັນນະເຂດສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຕາມແຜນການທີ່ວາງໄວ້ ໂດຍສະເພາະໃຫ້ພ້ອມກັນສຸມໃສ່ການເກັບລາຍຮັບເຂົ້າງົບປະມານ ໃນ 6 ເດືອນທ້າຍປີ 2020 ໃຫ້ໄດ້ຕາມແຜນການສູ້ຊົນ ຫຼື ລື່ນແຜນນັ້ນຍິ່ງເປັນການດີ  ແລະ ໃຫ້ເອົາໃຈໃສ່ຂຸດຄົ້ນແຫຼ່ງລາຍຮັບ ໃໝ່ ທີ່ເປັນພື້ນຖານຕາມທ່າແຮງ ຂອງທ້ອງຖິ່ນ, ເນື່ອງໃນໂອກາດທີ່ທ່ານ ແລະ ຄະນະໄດ້ ລົງເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ແລະ ແຜນຈັດເກັບລາຍຮັບເຂົ້າງົບປະມານ ໃນ 6 ເດືອນຕົ້ນປີ ແລະ ທິດ ທາງວຽກງານຈຸດສຸມ 6 ເດືອນ ທ້າຍປີ 2020 ຢູ່ທີ່ແຂວງສະ ຫວັນນະເຂດ ເມື່ອບໍ່ດົນມານີ້.

ນອກນັ້ນ,  ທ່ານຮອງນາຍົກ ຍັງໄດ້ເນັ້ນໃຫ້ແກ້ໄຂຂອດຫຍຸ້ງຍາກທີ່ກະທົບ ຕໍ່ການຈັດເກັບລາຍຮັບເຂົ້າງົບ ປະມານ, ເປັນຕົ້ນການເກັບພາ ສີທີ່ດິນ ແລະ ຄ່າທຳນຽມທາງ ຜ່ານລະບົບທະນາຄານທີ່ເຫັນ ວ່າຜ່ານການຈັດຕັ້ງໃນໄລຍະ ຜ່ານມາແມ່ນພົບຄວາມຫຍຸ້ງຍາກ ແລະ ບໍ່ໄດ້ຮັບຜົນເທົ່າທີ່ ຄວນ ໂດຍໃຫ້ພາກສ່ວນກ່ຽວ ຂ້ອງ ຕ້ອງໄດ້ສົມທົບກັບທະນາ ຄານ ເພື່ອຊອກຮູ້ສາເຫດທີ່ແທ້ ຈິງຂອງບັນຫາ ແລະ ໃຫ້ພ້ອມ ກັນແກ້ໄຂຢ່າງຮີບດ່ວນ. ຈາກນີ້, ກໍ່ໃຫ້ບ້ານຊ່ວຍໃນການຈັດ ເກັບລາຍຮັບທັງສອງຢ່າງນີ້ ຊ່ວຍແຂວງຕື່ມອີກ ໂດຍໃຫ້ ປະຕິບັດນະໂຍບາຍຕາມທີ່ໄດ້ ຕົກລົງກັນ ແຕ່ສໍາຄັນແມ່ນໃຫ້ ແຂວງລົງຕິດຕາມ ແລະ ຊຸກ ຍູ້ເຂົາເຈົ້າຢ່າງຕໍ່ເນື່ອງ, ພ້ອມ ນີ້ກໍ່ສືບຕໍ່ເຮັດວຽກງານການ ເມືອງ-ແນວຄິດໃຫ້ພະນັກ ງານ-ລັດຖະກອນໃນຂົງເຂດ ວຽກງານການເງິນ ເພື່ອໃຫ້ ຍົກສູງຄວາມ ຮັບຜິດຊອບ ແລະ ເປັນເຈົ້າການໃນການປະຕິບັດວຽກງານວິຊາສະເພາະຂອງ ຕົນ ທີ່ໄດ້ຮັບມອບໝາຍໃຫ້ບັນລຸຜົນສຳເລັດ, ອຳນວຍຄວາມສະດວກໃຫ້ພາກທຸລະກິດເຄື່ອນໄຫວປົກກະຕິ. ຄຽງຄູ່ກັນນີ້,  ກໍ່ຕ້ອງໄດ້ມີການຊຸກຍູ້ສົ່ງ ເສີມການລົງທຶນຂອງພາກ ເອກະຊົນ ໃຫ້ນັບມື້ນັບຫຼາຍຂຶ້ນ ໂດຍສະເພາະແມ່ນໃນເຂດເສດ ຖະກິດພິເສດສະຫວັນ-ເຊໂນ.

 

ຂ່າວ-ພາບ: ສພຂ

Related Articles

Leave a Reply