Vientiane Times Lao
ທ່ານ ທອງລຸນ ສີສຸລິດ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ

ທ່ານ ທອງລຸນ ສີສຸລິດ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ  ໄດ້ພົບປະກັບ ທ່ານ ໂຕ ເລິມ ເລ​ຂາ​ທິ​ການ​ໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃນມື້ວານນີ້ ທີ່ປະເທດຫວຽດນາມ ເນື່ອງໃນໂອກາດທີ່ເດີນທາງໄປຍັງ ນະຄອນໂຮ່ຈິມິນ ເພື່ອກຽມເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ ທີ່ຈະຈັດຂຶ້ນໃນວັນທີ 30 ເມສາ 2025 ນີ້.

ໃນການພົບປະ ທ່ານທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການເຊື້ອເຊີນ ແລະ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ແລະ ສົມກຽດ ທີ່ເຕັມໄປດ້ວຍໄມຕິຈິດມິດຕະພາບ, ຄວາມສາມັກຄີພິເສດ ຖານສະຫາຍອ້າຍນ້ອງ ທີ່ ສະຫາຍ ໂຕເລິມ ແລະ ບັນດາສະຫາຍການນໍາຫວຽດນາມ ກໍຄື ຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນນະຄອນໂຮ່ຈິມິນ ທີ່ມີຕໍ່ຄະນະ; ສະແດງຄວາມຊົມເຊີຍ ພັກ, ລັດ ແລະ ປະຊາຊົນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະພາບ ຄົບຮອບ 50 ປີ. ພ້ອມນີ້, ຍັງໄດ້ພ້ອມກັນແລກປ່ຽນບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍໃຫ້ຄວາມສົນໃຈ, ໄດ້ແຈ້ງໃຫ້ກັນຊາບ ສະພາບພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດໃນໄລຍະຜ່ານມາ; ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການພົວພັນຮ່ວມມືສອງຝ່າຍໃນຕໍ່ໜ້າ ແລະ ຕີລາຄາສູງຕໍ່ ສາຍພົວພັນຮ່ວມມືຂອງສອງປະເທດ ທີ່ສືບຕໍ່ມີການຂະຫຍາຍຕົວຂຶ້ນສູ່ລະດັບສູງກວ່າເກົ່າ, ການຮ່ວມມືດ້ານການເມືອງ ສືບຕໍ່ມີຄວາມໜັກແໜ້ນ, ໝັ້ນທ່ຽງ, ນັບມື້ນັບໃກ້ຊິດ ສະໜິດສະໜົມ ສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ໃນລະດັບສູງສຸດ; ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ ແລະ ສຶກສາ ນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ນໍາຜົນປະໂຫຍດຢ່າງເປັນຮູບປະທໍາມາສູ່ປະຊາຊົນສອງຊາດ ໄດ້ເປັນຢ່າງດີ.

ພາຍຫຼັງສຳເລັດການພົບປະ ສອງເລຂາທິການໃຫຍ່ແລ້ວ ທ່ານເລຂາທິການໃຫຍ່ ທອງລຸນ ສີສຸລິດ ຍັງໄດ້ພົບປະ ກັບ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍເນື່ອງໃນໂອກາດສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະພາບ ຄົບຮອບ 50 ປີ. ທ່ານໄດ້ເນັ້ນໜັກວ່າ ມະຫາໄຊຊະນະລະດູບານໃໝ່ ໃນບັ້ນຮົບໂຮ່ຈິມິນທີ່ລືຊື່ ເມື່ອວັນທີ 30 ເມສາ 1975, ເປັນໄຊຊະນະທີ່​ຍິ່ງ​ໃຫ​ຍ່​ ສະ​ຫວ່າງ​ສະ​ໄຫວ, ມີຄວາມໝາຍປະຫວັດສາດ, ເປັນໝາກຜົນຂອງການນໍາພາອັນຖືກຕ້ອງ ແລະ ສະຫຼາດ​ສ່ອງ​ໃສ​ຂອງ ພັກ​ກອມ​ມູ​ນິດຫວຽດ​ນາມ, ສາມາດປົດປ່ອຍ​ປະ​ເທດ​ຊາດໄດ້ຢ່າງສົມບູນ ​ແລະ ສໍາເລັດພາລະກໍາໃນການທ້ອນໂຮມປະເທດຫວຽດນາມ ໃຫ້ເປັນອັນໜຶ່ງອັນດຽວ ຊຶ່ງເປັນຂີດໝາຍປະຫວັດສາດ, ກ້າວເຂົ້າສູ່ສັງກາດໃໝ່ ແຫ່ງຄວາມເປັນເອກະລາດແຫ່ງຊາດ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ. ໄຊຊະນະດັ່ງກ່າວ, ແມ່ນໝາກຜົນຂອງຄວາມສາມັກຄີ ແລະ ຮ່ວມສໍາພັນສູ້ຮົບຂອງປະຊາຊົນ 3 ຊາດອິນດູຈີນ ແລະ ໄດ້ກາຍເປັນກໍາລັງແຮງອັນມະຫາສານ ຊຸກຍູ້ຂະບວນການຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນລາວບັນດາເຜົ່າ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ກໍຄື ເປັນກໍາລັງແຮງສະໜັບສະໜູນຢ່າງແຮງກ້າ ໃຫ້ແກ່ບັນດາຂະບວນການຕໍ່ສູ້ທີ່ຮັກຫອມສັນຕິພາບໃນໂລກ.

ໃນວັນດຽວກັນ, ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລາວ ຍັງໄດ້ເຂົ້າຮ່ວມພິທີປະດັບການຍ້ອງຍໍຫຼຽນໄຊ ຈາກ ລັດຖະບານ ສປປ ລາວ ໃຫ້ແກ່ການນຳ ແລະ ອະດີດການນຳຂັ້ນສູງຂອງຫວຽດນາມ ທີ່ໄດ້ມີບັນດາຜົນງານດີເດັ່ນ ໃນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ຂ່າວ-ພາບ: ຄະນະພົວພັນຕ່າງປະເທດສູນກາງພັກ

 

Related Articles

Leave a Reply