Vientiane Times Lao
ນະຄອນຫລວງວຽງຈັນໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ 2020

ນະຄອນຫລວງວຽງຈັນໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ 2020

ສປປ ລາວ ໄດ້ຮັບລາງວັນ 4 ປະເພດ ລວມມີ 13 ລາງວັນຄື: ມາດຕະຖານ ໂຮງແຮມຂຽວອາຊຽນ 5 ລາງວັນ, ມາດຕະຖານສະຖານທີ່ຈັດງານອາຊຽນ (ຫ້ອງປະຊຸມ) 5 ລາງວັນ, ມາດຕະຖານເມືອງ ທ່ອງທ່ຽວສະອາດອາຊຽນ 01 ລາງວັນ ແລະ ລາງວັນການທ່ອງທ່ຽວແບບຍືນຍົງ ອາຊຽນ 2 ລາງວັນ ຈາກງານມະຫາກໍາການທ່ອງທ່ຽວອາຊຽນ ປະຈຳປີ 2020 ທີ່ຈັດຂຶ້ນໃນລະຫວ່າງວັນທີ 12-16/01/2020 ຢູ່ທີ່ປະເທດບຣູໄນ.

ລາງວັນມາດຕະຖານໂຮງແຮມຂຽວອາຊຽນ (ASEAN Green Hotel Standard) ຊຶ່ງເປັນ ມາດຕະຖານ ທໍາອິດທີ່ໄດ້ຮັບການຈັດຕັ້ງປະຕິບັດ ຢູ່ໃນອາຊຽນ ຊຶ່ງເລີ່ມມີການມອບລາງວັນ ແຕ່ປີ 2008 ໂດຍຈັດຂຶ້ນໃນທຸກໆ 2 ປີ ຊຶ່ງປີນີ້ເປັນຄັ້ງທີ 7 ໂດຍມີຈຸດປະສົງ ເພື່ອຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດໂຮງແຮມ ແລະ ຣີສອດ ມີການປົກປັກຮັກສາສິ່ງແວດລ້ອມ ລວມເຖິງການນໍາໃຊ້ຜະລິດຕະພັນ ທີ່ເປັນມິດກັບສິ່ງແວດລ້ອມ, ນໍາໃຊ້ພະລັງງານໄຟຟ້າ ແລະ ນ້ຳຢ່າງມີປະສິດທິພາບ, ສົ່ງເສີມ ໃຫ້ມີການສ້າງວຽກເຮັດງານທຳພາຍໃນປະເທດ ແລະ ສົ່ງເສີມໃຫ້ນໍາໃຊ້ຜະລິດຕະພັນພາຍໃນປະເທດ. ປີນີ້ຢູ່ໃນອາຊຽນມີບັນດາໂຮງແຮມ ແລະ ຣີສອດ ທີ່ໄດ້ຮັບລາງວັນທັງໝົດ 46 ລາງວັນ.

ສຳລັບ ສປປ ລາວ ໄດ້ຮັບ 5 ລາງວັນຄື: ໂຮງແຮມພູແມນ ແຂວງຫຼວງພະບາງ, ໂຮງແຮມອິນທິຣາ ແຂວງວຽງຈັນ, ຣີສອດນໍ້າກັດຢໍລະປາແຂວງອຸດົມໄຊ, ຣີສອດພູວິວລ່າ ແຂວງຫຼວງນໍ້າທາ ແລະ ໂຮງແຮມປາກຊ່ອງແດນງາມ ແຂວງຈໍາປາສັກ.

ລາງວັນມາດຕະຖານສະຖານທີ່ຈັດງານອາຊຽນ (ຫ້ອງປະຊຸມ) (ASEAN MICE Venue Standard) ຊຶ່ງມາດຕະຖານດັ່ງກ່າວນີ້ ໄດ້ມີການມອບລາງວັນເປັນຄັ້ງທີ 2 ຊຶ່ງມີຈຸດປະສົງເພື່ອ ແນໃສ່ເພື່ອສົ່ງເສີມໃຫ້ພາກພື້ນອາຊຽນມີຫ້ອງປະຊຸມທີ່ມີມາດຕະຖານ, ຄຸນນະພາບສູງ ແລະ ສາມາດແຂ່ງຂັນກັບສາກົນໄດ້ເພື່ອດຶງດູດນັກທ່ອງທ່ຽວ ແລະ ສ້າງລາຍຮັບໃຫ້ພາກພື້ນອາຊຽນໃຫ້ຫຼາຍຂຶ້ນ. ປີນີ້ຢູ່ໃນອາຊຽນ ມີຫ້ອງປະຊຸມທີ່ໄດ້ຮັບລາງ ວັນທັງໝົດ 41 ລາງວັນ.

ສຳລັບ ສປປ ລາວ ໄດ້ຮັບ 5 ລາງວັນຄື: ຫ້ອງປະຊຸມຂອງໂຮງແຮມພູແມນ, ແຂວງຫຼວງພະບາງ, ຫ້ອງປະຊຸມຂອງໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ, ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ຫ້ອງປະຊຸມຂອງໂຮງແຮມ ຈໍາປາສັກແກຣນ, ແຂວງຈໍາປາສັກ ແລະ ຫໍວັດທະນະທໍາ ແຂວງສະຫວັນນະເຂດ.

ລາງວັນມາດຕະຖານເມືອງທ່ອງທ່ຽວສະອາດ ອາຊຽນ (ASEAN Clean Tourist City Standard)  ຊຶ່ງມາດຕະຖານດັ່ງກ່າວນີ້ ໄດ້ມີການມອບລາງວັນ ເປັນຄັ້ງທີ 2 ຊຶ່ງມີຈຸດປະສົງ ເພື່ອສົ່ງເສີມໃຫ້ເມືອງທ່ອງທ່ຽວຂອງອາຊຽນ ມີການຮັກສາສິ່ງແວດລ້ອມ, ປ້ອງກັນບໍ່ໃຫ້ມີຜົນກະທົບຈາກການ ປ່ຽນ​​ແປງຂອງສະພາບອາກາດ ແລະ ເປັນການປະກອບສ່ວນພັດທະນາບັນດາເມືອງຕ່າງໆໃນປະເທດສະມາຊິກອາຊຽນໃຫ້ມີຄວາມຢືນຍົງ. ປີນີ້ຢູ່ໃນບັນດາປະເທດສະມາຊິກອາຊຽນມີເມືອງ ທ່ອງທ່ຽວ ທີ່ໄດ້ຮັບລາງວັນທັງໝົດ 21 ລາງວັນ.

ສຳລັບ ສປປ ລາວ ໄດ້ຮັບ 01 ລາງວັນຄື: ເມືອງທ່ອງທ່ຽວນະຄອນຫຼວງວຽງຈັນລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ (ASEAN Sustainable Tourism Award) ລາງວັນດັ່ງກ່າວແມ່ນການລິເລີ່ມຂອງ ສປປ ລາວ ໃນໄລຍະ ສປປ ລາວ ເປັນປະທານອາຊຽນໃນປີ 2016, ໃນປີນີ້ແມ່ນມອບລາງວັນເປັນຄັ້ງທີ 2 ຊຶ່ງມີຈຸດປະສົງ ເພື່ອເປັນການສ້າງແຮງຈູງໃຈໃຫ້ແກ່ຈຸດໝາຍປາຍທາງການທ່ອງທ່ຽວອາຊຽນ ແລະ ພາກສ່ວນທີ່ກ່ຽວຂ້ອງ (i) ເພື່ອຮ່ວມກັນພັດທະນາການທ່ອງທ່ຽວ ແລະ (ii) ເພື່ອຫຼຸດຜ່ອນບັນຫາດ້ານສິ່ງແວດລ້ອມ, ວັດທະນະທໍາ-ສັງຄົມ ແລະ ເສດຖະກິດ ທີ່ເກີດຈາຂະຫຍາຍຕົວຂອງການທ່ອງທ່ຽວຢ່າງວ່ອງໄວ ຂະນະດຽວກັນກໍ່ໃຫ້ຄໍາແນະນຳ ແລະ ແຮງຈູງໃຈທີ່ເປັນປະໂຫຍດໃຫ້ແກ່ພາກລັດ ແລະ ພາກທຸລະກິດ ເພື່ອປັບ​​ປຸງຜະລິດຕະພັນ ແລະ ການບໍລິການ​​ຂອງຕົນໃຫ້​​ໄດ້ຕາມກັບມາດຕະຖານທີ່ມີຢູ່. ປີນີ້ຢູ່ໃນອາຊຽນມີຜະລິດຕະພັນການທ່ອງທ່ຽວທີ່ໄດ້ຮັບລາງວັນທັງໝົດ 18 ລາງວັນ. ສຳລັບ ສປປ ລາວ ໄດ້ຮັບ 02 ລາງວັນ ຄື: ສະຖານທີ່ທ່ອງທ່ຽວ ວັດຊຽງທອງ, ແຂວງຫຼວງພະບາງ (ຜະລິດຕະພັນການທ່ອງທ່ຽວໃນຕົວເມືອງ), ສະຖານທີ່ທ່ອງທ່ຽວວັດພູຈໍາປາສັກ, ແຂວງຈໍາປາສັກ (ຜະລິດຕະພັນການ ທ່ອງທ່ຽວໃນຊົນນະບົດ).

ງານມະຫາກໍາທ່ອງທ່ຽວອາຊຽນປະຈໍາປີ 2021 ຈະຈັດຂຶ້ນໃນເດືອນມັງກອນ ປີ 2021 ທີ່ປະເທດກໍາປູເຈຍ.

ຂ່າວ:  ວຽງຈັນທາຍ

ພາບ: ເຮືອນຈັນ ມໍລະດົກ ຫຼວງພະບາງ

Related Articles

Leave a Reply