Vientiane Times Lao
ນະຄອນຫຼວງພະບາງ ກຽມຈັດງານບຸນປີໃໝ່ລາວ ຢ່າງເຕັມຮູບແບບອີກຄັ້ງ ຫຼັງໂຈະມາ 3 ປີ

ນະຄອນຫຼວງພະບາງ ກຽມຈັດງານບຸນປີໃໝ່ລາວ ຢ່າງເຕັມຮູບແບບອີກຄັ້ງ ຫຼັງໂຈະມາ 3 ປີ

ອຳນາດການປົກຄອງ ນະຄອນຫຼວງພະບາງ ປະກາດກຽມຈັດງານບຸນປີໃໝ່ລາວ ພສ 2566 ຫຼື ຄສ 2023 ນີ້ ໃຫ້ກັບມາ ຄຶກຄື້ນ ເຕັມຮູບແບບອີກຄັ້ງ ພາຍຫຼັງບໍ່ໄດ້ຈັດສາມປີທີ່ຜ່ານມາ ຍ້ອນສະພາບຄວາມຫຍຸ້ງຍາກ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອສະເຫຼີມສະຫຼອງ ແລະ ສ້າງຂະບວນການຟົດຟື້ນ ຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ກຳລັງຫຼັ່ງໄຫຼ ເຂົ້າມາໃນປີນີ້.

ວັນທີ່ 16 ມີນາ 2023 ນີ້ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ໃຫ້ຮູ້ວ່າ ປັດຈຸບັນຄະນະຮັບຜິດຊອບແຕ່ລະພາກສ່ວນ ໄດ້ກະກຽມໃຫ້ແກ່ການຈັດງານບຸນ ຕາມໜ້າວຽກທີ່ຕົນຮັບຜິດຊອບ, ສຳລັບລາຍການເຄື່ອນໄຫວບຸນ ຄະນະຮັບຜິດຊອບ ໄດ້ກຳນົດເອົາແຕ່ວັນທີ 11-20 ເມສາ 2023.

ໂດຍໃນຕອນຄໍ່າຂອງວັນທີ 11-12 ເມສາ 2023 ຈະມີງານປະກວດນາງສັງຂານ, ວັນທີ 13 ເມສາ ຕອນເຊົ້າ ມີພິທີແຫ່ຊ້າງຮຽງເກີຍຈາກວັດໃໝ່ສຸວັນນະພູມາຣາມ ຫາ ວັດຊຽງທອງ, ວັນທີ 14 ເມສາ ຕອນເຊົ້າມີການໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ແຕ່ສີ່ແຍກບ້ານປ່າຂາມ ຫາ ສາມແຍກພະແນກໂຍທາທິການ ແລະ ຂົນສົ່ງ, ຈາກນັ້ນ ມີພິທີອາລາດທະນາອັງເຊີນພະພຸດທະຮູບ ລົງຫົດສົງຢູ່ຕາມວັດແຕ່ລະແຫ່ງ, ຕອນບ່າຍ ລົງຕົບພະທາດຊາຍທີ່ດອນຊາຍມຸງຄຸນ ເມືອງຈອມເພັດ ໄຫວ້ພະເທດສະຫຼອງຕາມຮີດຄອງປະເພນີ, ວັນທີ 15 ເມສາ ຕອນເຊົ້າ ມີງານບຸນເຜົ່າລື້ ບ້ານຜານົມ, ຕອນບ່າຍມີ  ຂະບວນແຫ່ຫວໍ ຕາມເສັ້ນທາງສີສະຫວ່າງວົງ ແຕ່ວັດທາດນ້ອຍ ຫາ ວັດຊຽງທອງ, ວັນທີ 16 ເມສາ ຕອນເຊົ້າ ການນຳພັກ-ລັດ, ປະຊາ ຊົນບັນດາເຜົ່າຮ່ວມກັນໃສ່ບາດຢູ່ໜ້າວັດແສນສຸຂາຣາມ, ຂຶ້ນບູຊາພະທາດຈອມສີ (ພະທາດສັກສິດມິ່ງບ້ານຂວັນເມືອງຂອງຊາວຫຼວງພະບາງ) ເພື່ອເປັນສິລິມຸງຄຸນ, ຕອນບ່າຍ ມີຂະບວນແຫ່ຫວໍ ຕາມເສັ້ນ ທາງສີສະຫວ່າງວົງ ແຕ່ວັດຊຽງທອງ ຫາ ວັດທາດນ້ອຍ, ຕອນຄໍ່າ, ມີພິທີແຫ່ຮູບຈຳລອງພະຍານາກ, ໂຄມໄຟ ແຕ່ພະທາດຈອມສີ ລົງມາເຂົ້າສູ່ໜອງໃນຫໍພິພິດທະະພັນ, ຮັບຊົມການສະແດງຢູ່ໜ້າຫໍພະບາງ, ວັນທີ 17 ເມສາ ຕອນເຊົ້າ, ມີພິທີອາລາດທະນາອັງເຊີນພະບາງ ຈາກຫໍພະບາງ ລົງປະດິດສະຖານຢູ່ວັດໃໝ່ສຸວັນນະພູມມາລາມ ແລະຈັດຕັ້ງພິທີຫົດສົງ ຈົນເຖີງວັນທີ່ 20 ເມສາ ຈື່ງຈະມີພິທີອາລາດທະນາອັງເຊີນພະບາງ ກັບຄືນປະດິດສະຖານຢູ່ຫໍພະບາງຕາມເດີມ.

ສຳລັບນະຄອນຫຼວງພະບາງ  ຖືເປັນອີກໜຶ່ງຈຸດໝາຍປາຍທາງທີ່ກຳລັງໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທັງພາຍໃນ   ແລະ ຕ່າງປະເທດ ດ້ວຍສະຖານທີ່ແຫຼ່ງທ່ອງທ່ຽວທີ່ອຸດົມສົມບູນໄປດ້ວຍຄວາມສວຍສົດງົດງາມຂອງທຳມະຊາດ, ວັດທະນະທຳ ປະເພນີ ຜູ້ຄົນ ພາສາ ສຳນຽງການປາກເວົ້າທີ່ເປັນເອກະລັກ ບວກກັບການເດີນທາງເຂົ້າອອກທີ່ສະດວກສະບາຍ ດ້ວຍລົດໄຟລາວ-ຈີນ ເຮັດໃຫ້ ນະຄອນຫຼວງພະບາງ ກາຍເປັນໜຶ່ງຈຸດໝາຍປາຍທາງຂອງນັກເດີນທາງຈາກທົ່ວໂລກ.

ນະຄອນຫຼວງພະບາງ ເປັນໜຶ່ງໃນສາມແຫຼ່ງທ່ອງທ່ຽວຂອງ ສປປ ລາວ ທີ່ຖືກບັນຈຸໃຫ້ເຂົ້າເປັນມໍລະດົກໂລກ. ໂດຍຫຼວງພະບາງຖືກບັນຈຸເຂົ້າໃຫ້ເປັນມໍລະດົກໂລກ ຕັ້ງແຕ່ ປີ 1995; ວັດພູ ແຂວງຈຳປາສັກ ປີ 2001 ແລະ ທົ່ງໄຫຫີນ ແຂວງຊຽງຂວາງ ປີ 2019.

Related Articles

Leave a Reply

error: ສົນໃຈຂໍ້ມູນ ກະລຸນາຕິດຕໍ່ກອງບັນນາທິການ