ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນສົມທົບກັບກະຊວງກະສິກຳ ແລະ ປ່າໄມ້ ເລັ່ງໃສ່ສ້າງແຜນທີ່ເຂດສະຫງວນຄືນໃໝ່ໃຫ້ຊັດເຈນ ແລະ ເກັບກໍາຂໍ້ມູນການບຸກລຸກ ແລະ ຈັບຈອງທີ່ດິນໃນເຂດ ປ່າສະຫງວນແຫ່ງຊາດພູພະນັງ ໃຫ້ລະອຽດເພື່ອເຮັດໃຫ້ການຄຸ້ມຄອງເຂດດັ່ງກ່າວໄດ້ດີຂຶ້ນ.
ເຂດປ່າສະຫງວນແຫ່ງຊາດພູ ພະນັງມີເນື້ອທີ່ 70.000 ເຮັກຕາ, ໃນນັ້ນນະຄອນຫຼວງວຽງຈັນກວມເອົາ 3 ເມືອງຄື: ເມືອງ ສີໂຄດຕະບອງ 3.500 ເຮັກຕາ, ເມືອງ ນາຊາຍທອງ 23.800 ເຮັກຕາ, ເມືອງ ສັງທອງ 24.500 ເຮັກຕາ ລວມທັງໝົດ ແມ່ນເນື້ອທີ່ 52.000 ເຮັກຕາ.
ອີງຕາມບົດລາຍງານຂອງ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ສະບັບເລກທີ 6230/ພຊສ.ນວ ລົງວັນທີ 5 ກໍລະກົດ 2024, ໃນໄລຍພະທີ່ຜ່ານມາ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຖືເອົາຄ່າພິກັດຕາມດຳລັດສະບັບເລກທີ 164/ນຍ, ລົງວັນທີ 29 ຕຸລາ 1993 ໃນການກໍາ ນົດເປັນເຂດສະຫງວນເພື່ອເປັນຂໍ້ມູນໃນການກວດກາໃນລະບົບແຜນທີ່ຈຶ່ງເຫັນໄດ້ວ່າມີການເຂົ້າໄປອອກສິດນໍາໃຊ້ຢູ່ ໃນເຂດສະຫງວນດັ່ງກ່າວ ແລະ ທັງເປັນການກວດກາວ່າຈຸດໃດມີການບຸກລຸກ, ຈັບຈອງຕອນດິນໃນເຂດສະຫງວນພູ ພະນັງ, ເຖິງວ່າຈະມີນິຕິກຳເປັນປອນອີງກໍ່ຕາມແຕ່ຍັງມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກເພາະດໍາລັດດັ່ງກ່າວເປັນການກໍາ ນົດທາງດ້ານເຕັກນິກຕາມແຜນທີ່ພູມສາດມາດຕາສ່ວນບໍ່ທັນຊັດເຈນຍັງບໍ່ສາມາດອ່ານຄ່າດ້ວຍພິກັດ ແລະ ມີບາງຈຸດ ກວມເອົາເຂດທີ່ຢູ່ອາໄສ ແລະ ບ່ອນທໍາການຜະລິດຂອງປະຊາຊົນ.
ຈາກນັ້ນມາຮອດປີ 2011 ກະຊວງກະສິກຳ ແລະ ປ່າໄມ້ໄດ້ສົມທົບກັບກອງພັນ 941, ພະແນກກະສິກໍາ ປ່າໄມ້ນະຄອນຫຼວງວຽງຈັນ, ອົງການປົກຄອງເມືອງ ແລະ ພື້ນຖານບ້ານ ໄດ້ກຳນົດເສັ້ນເຂດປ່າສະຫງວນຄືນໃໝ່ ແລະ ໄດ້ເຮັດບົດບັນທຶກຮ່ວມກັບພາກສ່ວນກ່ຽວຂ້ອງພ້ອມກັນກໍານົດປັກຫຼັກໝາຍຄືນໃໝ່ ແຕ່ການປັກຫຼັກໝາຍ ຍັງມີໄລຍະຫ່າງຫຼາຍກິໂລແມັດເຮັດໃຫ້ການຕິດຕາມກວດກາປະເມີນຜົນບໍ່ຊັດເຈນ. ຕໍ່ບັນຫາດັ່ງກ່າວ ທາງຄະນະ ຮັບຜິດຊອບໄດ້ນໍາສະເໜີຂັ້ນເທິງແລ້ວແຕ່ມາຮອດປັດຈຸບັນຍັງບໍ່ມີນິຕິກຳການຮັບຮອງຈຶ່ງເຮັດໃຫ້ມີບຸກຄົນເຂົ້າໄປ ຈັບຈອງ ແລະ ບຸກລຸກເປັນຈໍານວນຫຼາຍໂດຍບໍ່ໄດ້ຮັບອະນຸຍາດ.
ໃນຕົ້ນປີ 2024 ທີ່ຜ່ານມາ ອຳນາດການປົກຄອງ ນະຄອນຫຼວງວຽງຈັນ ໄດ້ແຕ່ງຕັ້ງຄະນະກຳມະການ ໂດຍມີທ່ານ ປະທານອົງການກວດກາລັດ ນະຄອນຫຼວງວຽງຈັນ, ທ່ານເຈົ້າເມືອງ, ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ລົງກວດກາ, ເກັບກຳຂໍ້ມູນ ສະກັດກັ້ນການບຸກລຸກ, ຈັບຈອງ ເນື້ອທີ່ ດິນປ່າສະຫງວນແຫ່ງຊາດພູພະນັງ ເຂດເມືອງສັງທອງ, ເມືອງນາຊາຍທອງ ແລະ ເມືອງສີໂຄດຕະບອງ, ປັດຈຸບັນແມ່ນ ຍັງຢູ່ໃນຂັ້ນຕອນການລົງເກັບກຳຂໍ້ມູນການບຸກລຸກ, ຈັບຈອງເພື່ອສັງລວມລາຍງານໃຫ້ຂັ້ນເທິງຮັບຊາບ.
ໂດຍ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ຈະສືບຕໍ່ ໂຄສະນາເຜີຍແຜ່ບັນດານິຕິກຳ ທີ່ກ່ຽວຂ້ອງຕ່າງໆ ໃຫ້ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ຕະຫຼອດຮອດພໍ່ແມ່ ປະຊາຊົນ ຮັບຮູ້, ເຂົ້າໃຈເຖິງຄຸນຄ່າຂອງປ່າໄມ້ ແລະ ຜົນຮ້າຍຂອງການທໍາລາຍປ່າໄມ້, ການດໍາເນີນມາດຕະການ ທາງດ້ານກົດໝາຍຕໍ່ຜູ້ລະເມີດ ຕ້ອງມີຄວາມຮັບຜິດຊອບຕໍ່ຜົນເສຍຫາຍທີ່ຕົນໄດ້ສ້າງຂື້ນ ເຊິ່ງຈະຖືກດໍາເນີນມາດຕະການທາງດ້ານກົດໝາຍ ແລະ ລະບຽບການຢ່າງເດັດຂາດ, ເພື່ອສ້າງໃຫ້ເຂົາເຈົ້າມີຄວາມຮັບຮູ້, ເຂົ້າໃຈໃນການ ຄຸ້ມຄອງ, ປົກປັກຮັກສາປ່າໄມ້ ແລະ ເນື້ອທີ່ດິນປ່າໄມ້.