Vientiane Times Lao
ນະຄອນຫຼວງວຽງຈັນ, ແຂວງບໍ່ແກ້ວ ແລະ ແຂວງ ວຽງຈັນ ສາມາດສັກວັກຊີນຄົບໂດສໃຫ້ປະຊາຊົນກວມ 50% ຂຶ້ນໄປແລ້ວ

ນະຄອນຫຼວງວຽງຈັນ, ແຂວງບໍ່ແກ້ວ ແລະ ແຂວງ ວຽງຈັນ ສາມາດສັກວັກຊີນຄົບໂດສໃຫ້ປະຊາຊົນກວມ 50% ຂຶ້ນໄປແລ້ວ

ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ເມື່ອມໍ່ໆມານີ້ວ່າ: ຮອດປັດຈຸບັນນີ້ໄດ້ສັກວັກຊິນເຂັມທີ 1 ໃຫ້ປະຊາຊົນໃນຂອບເຂດທົ່ວປະເທດແລ້ວຫຼາຍກວ່າ 4,4 ລ້ານຄົນ ກວມ 60,19% ຂອງປະຊາກອນລາວໃນຂອບເຂດທົ່ວປະເທດ ແລະ ເຂັມທີ 2 ແລ້ວ ຫຼື ຄົບໂດສແລ້ວຫຼາຍກວ່າ 3,3 ລ້ານຄົນກວມ 46% ໂດຍມີແຕ່ຢູ່ນະຄອນຫຼວງວຽງຈັນ, ແຂວງບໍ່ແກ້ວ ແລະ ແຂວງວຽງຈັນ ທີ່ສາມາດສັກວັກຊິນໄດ້ຄົບໂດສໃຫ້ປະຊາຊົນທີ່ມີອັດຕາປົກຄຸມໄດ້ຫຼາຍກວ່າ 50% ຂອງປະຊາກອນ.

 ກະຊວງສາທາລະນະສຸກໄດ້ແຈ້ງໃຫ້ຮູ້ຕື່ມວ່າ: ຕາມແຜນຂອງລັດຖະບານທີ່ຈະສັກວັກຊິນໃຫ້ປະຊາຊົນໃຫ້ຄົບໂດສກວມ 50% ຂຶ້ນໄປໃນທຸກແຂວງໆ ຫຼື ໃນຂອບເຂດທົ່ວປະເທດ ສະເພາະປີ 2021 ນີ້ ທີ່ຍັງເຫຼືອພຽງ 9 ວັນເທົ່ານັ້ນນັບແຕ່ມື້ນີ້ກໍຈະໝົດປີແລ້ວ ແຕ່ເຊື່ອວ່າຈະສາມາດບັນລຸໄດ້ຕາມແຜນທີ່ວາງໄວ້ຢ່າງແນ່ນອນເພາະເມື່ອເບີ່ງຕົວເລກຜູ້ທີ່ຈະສັກວັກຊີນຄົບໂດສນັ້ນຍັງເຫຼືອພຽງແຕ່ 4% ຫຼື 100 ກວ່າຄົນເທົ່ານັ້ນກໍຈະສາມາດບັນລຸການສັກວັກຊິນໃຫ້ປະຊາຊົນກວມ 50% ແລ້ວ.

Related Articles

Leave a Reply