Vientiane Times Lao
<strong>ນັກທຸລະກິດລາວ ສົນທະນາການຂັບເຄື່ອນການຟື້ນຕົວ ທາງດ້ານເສດຖະກິດ ຈາກຜົນກະທົບໂຄວິດ-</strong><strong>19</strong>

ນັກທຸລະກິດລາວ ສົນທະນາການຂັບເຄື່ອນການຟື້ນຕົວ ທາງດ້ານເສດຖະກິດ ຈາກຜົນກະທົບໂຄວິດ-19

ບັນດານັກທຸລະກິດລາວ ແລະ ກຸ່ມນັກທຸລະກິດຕ່າງປະເທດ ຢູ່ສປປ ລາວ ໄດ້ລວມກັນຈັດເວທີສົນທະນາ ເພື່ອສົ່ງເສີມຄວາມຫຼາກຫຼາຍ ແລະ ການມີສ່ວນຮ່ວມໃນທຸລະກິດ ເນັ້ນໃສ່ການຂັບເຄື່ອນການຟື້ນຕົວ ທາງດ້ານເສດຖະກິດ ຈາກຜົນກະທົບຂອງການລະບາດຂອງເຊື້ອພະຍາດໂຄວິດ-19.

ຈຸດປະສົງເວທີສົນທະນານີ້ ແມ່ນແນໃສ່ ເພື່ອສ້າງຄວາມຮັບຮູ້ກ່ຽວກັບຫຼັກການ D&I ແລະ ຜົນປະໂຫຍດ ໃຫ້ແກ່ວິສາຫະກິດທີ່ດໍາເນີນທຸລະກິດຢູ່ ສປປ ລາວ, ຊຶ່ງພາກສ່ວນກ່ຽວຂ້ອງຫຼັກ ຈະໄດ້ຮັບໂອກາດທີ່ຈະແບ່ງປັນປະສົບການ ແລະ ການຈັດຕັ້ງປະຕິບັດທີ່ດີຈາກການຮັບຮອງເອົາ D&I ໃນບ່ອນເຮັດວຽກຂອງເຂົາເຈົ້າ ໂດຍເນັ້ນໃສ່ບົດຮຽນໃນການນຳໃຊ້ D&I ເພື່ອເສີມສ້າງຄວາມຢືດຢຸ່ນ ຂອງທຸລະກິດ ແລະ ການຟື້ນຕົວຈາກການແຜ່ລະບາດຂອງພະຍາດໂຄວິດ-19.

ທ່ານ ທະນົງສິນ ກັນລະຍາ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ໄດ້ກ່າວວ່າ: ເປັນສິ່ງທີ່ປະຕິເສດບໍ່ໄດ້ ວ່າ ບັນດາທຸລະກິດ ຂອງ ລາວ ແມ່ນໄດ້ຮັບຜົນກະທົບຢ່າງໃຫຍ່ຫຼວງ ຈາກ ການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍສະເພາະໃນຂະແໜງການທ່ອງທ່ຽວ, ຂະແໜງການບໍລິການ, ຂະແໜງການຜະລິດ ແລະ ອື່ນໆ ໂດຍສະເພາະໃນປີ 2021, 5.5% ຂອງທຸລະກິດ ໄດ້ປິດກິດຈະການຢ່າງຖາວອນ ແລະ 33% ໄດ້ປິດກິດຈະການຊົ່ວຄາວ, ຊຶ່ງເຮັດໃຫ້ສູນເສຍລາຍໄດ້ ພ້ອມທັງກະທົບ ທາງດ້ານຊັບພະຍາກອນມະນຸດ ແລະ ສູນເສຍພະນັກງານທີ່ມີຄວາມສາມາດອີກດ້ວຍ, ຕໍ່ສະພາບດັ່ງກ່າວ ພວກເຮົາກຳລັງພິຈາລະນານະວັດຕະກໍາພາຍໃນຂອງພວກເຮົາ, ແນວໂນ້ມຂອງສາກົນ ແລະ ການປະຕິບັດທີ່ດີທີ່ສຸດ ທີ່ບັນດາທຸລະກິດລາວ ສາມາດນຳມາປັບໃຊ້ໄດ້ ເພື່ອຊ່ວຍໃຫ້ທຸລະກິດສາມາດ ຟື້ນຕົວຈາກຜົນກະທົບຂອງການແຜ່ລະບາດ ແລະ  ຂັບເຄື່ອນການເຕີບໂຕ ທາງດ້ານເສດຖະກິດຂອງປະເທດ.

ການຈັດເວທີສົນທະນາຄັ້ງນີ້ ແມ່ນໄດ້ຈັດຂຶ້ນໃນວັນທີ 24 ກຸມພາ 2022 ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການສະໜັບສະໜູນ ຈາກ LNCCI, ຫ້ອງການສະຖານທູດການາດາ, ສະມາຄົມ ພູມໃຈທີ່ເປັນເຮົາ ແລະ UNDP, ຊຶ່ງມີບັນດານັກທຸລະກິດຂອງສະມາຄົມນັກທຸລະກິດອາເມລິກາ-ລາວ, ສະພາການຄ້າ ອົດສະຕຣາລີ, ກຸ່ມທຸລະກິດອັງກິດ, ສະພາການຄ້າ ເອີລົບ, ສະມາຄົມ ການຄ້າພາຍນອກຍີ່ປຸ່ນ, ສະພາການຄ້າ ລາວ-ຈີນ ແລະ ບັນດາທຸລະກິດ ອື່ນໆ ອີກ ເຂົ້າຮ່ວມ.

ຂ່າວ: ເພັດໂພໄຊ 

Related Articles

Leave a Reply