ປະຈຸບັນບັນດານັກທຸລະກິດເລີ່ມໃຫ້ຄວາມສົນ ໃຈແລະເອົາໃຈໃສ່ໃນການບໍລິຈາກວັດຖຸປັດໄຈ ຕ່າງໆຊ່ວຍຜູ້ປະສົບໄພພິບັດນ້ຳຖ້ວມຢູ່ບັນດາ ແຂວງພາກກາງແລະພາກໃຕ້ຂອງ ສປປ ລາວ.
ໃນຕອນແລງຂອງວັນທີ 09/09/2019 ທີ່ຫ້ອງວ່າ ການສຳນັກງານນາຍົກລັດຖະມົນຕີ ບໍລິສັດ ເອັສວີກຣຸບ ຈຳກັດ ໄດ້ມອບເງິນຊ່ວຍເຫຼືອ ຜູ້ປະສົບໄພນໍ້າຖ້ວມ ຈຳນວນ 200,000,000 ກີບ, ຕາງໜ້າໃຫ້ແກ່ບໍລິສັດກ່າວມອບໂດຍທ່ານ ສົມຈິດ ຫົງວິຈິດ ຮອງຜູ້ອຳນວຍການ ບໍລິສັດ ດັ່ງກ່າວ ແລະ ກ່າວຮັບໂດຍທ່ານ ເພັດ ພົມພິພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ໂດຍມີພະນັກງານທີ່ກ່ຽວ ຂ້ອງເຂົ້າຮ່ວມ.
ທ່ານ ເພັດ ໄດ້ກ່າວຂອບໃຈ ຕໍ່ບໍລິສັດ ເອັສວີກຣຸບ ຈຳກັດ ທີ່ໄດ້ປະກອບສ່ວນໃຫ້ການ ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມໃນຄັ້ງ ນີ້. ເງິນຈໍານວນດັ່ງກ່າວ, ຫ້ອງການສໍານັກງານ ນາຍົກ ຈະໄດ້ນຳເອົາມອບຕໍ່ໃຫ້ພາກສ່ວນທີ່ ກ່ຽວຂ້ອງ ເພື່ອນຳໄປຊ່ວຍເຫຼືອໃຫ້ຮອດໃຫ້ເຖິງ ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພພິບັດນໍ້າ ຖ້ວມຢ່າງແທ້ຈິງ ແລະ ເກີດປະໂຫຍດສູງສຸດ.
ຂ່າວ: ວຽງຈັນທາຍ
ພາບ: ຫກນຍ
