ມີນັກທ່ອງທ່ຽວບາດເຈັບ 8 ຄົນ ແຕ່ໂຊກດີບໍ່ມີຜູ້ເສຍຊີວິດ ຈາກເຫດຂີ່ຫຼັງຄາລົດຕຳຄານກັ້ນຄວາມສູງ ທີ່ເມືອງວັງວຽງ ແຂວງວຽງຈັນ ເມື່ອວັນທີ 19 ມັງກອນ 2024 ທີ່ຜ່ານມາ ເວລາປະມານ 15:49 ໂມງ ເຊິ່ງຈຸດເກີດເຫດແມ່ນ ບ້ານຫ້ວຍສະເຫງົ້າ.
ຜູ້ບາດເຈັບ 8 ຄົນດັ່ງກ່າວເປັນນັກທ່ອງທ່ຽວຕ່າງປະເທດທັງໝົດ, ອາການບາດເຈັບຂອງແຕ່ລະຄົນແມ່ນແຕກຕ່າງກັນເຊັ່ນ: ບາງຄົນມີກະທົບຫົວ, ບາງຄົນມີບາດແຜຖະຫຼອກຕາມຕົນຕົວ, ບາງຄົນມີບາດແຜເປີດຢູ່ຫົວ ແລະ ຕົນຕົວ, ບາງຄົນກະທົບແຂ້ວ, ບາງຄົນມີບາດແຜເປີດຢູ່ໜ້າຜາກ, ບາງຄົນມີບາດແຜເປີດໃຫຍ່ຢູ່ບໍລິເວນໃບຫູ, ບາງຄົນມີກະທົບບ່າໄຫຼ່ເບື້ອງຂວາ, ກະທົບແອວ ແລະ ອື່ນໆ.
ໜ່ວຍກູ້ໄພແຂວງວຽງຈັນໄດ້ ນຳສົ່ງໄປປິ່ນປົວຢູ່ໂຮງໝໍເມືອງວັງວຽງ.
ຂໍ້ມູນ: ກູ້ໄພ ແຂວງວຽງຈັນ