ທ່ານ ເສີນຢົງກວາງ ນັກເເຂ່ງລົດ ປະເພດລົດຈັກວິບາກທີ່ເຂົ້າຮ່ວມການເເຂ່ງຂັນລົດວິບາກຂ້າມປະເທດໃນທະວີບອາຊີ (ຈັດຢູ່ລາວ) ທີ່ມາຈາກໄຕ້ຫວັນ ຂອງຈີນຜູ້ທີ່ໄດ້ຮັບບາດເຈັບຈາກອຸບັດເຫດໝື່ນລົ້ມເອງໃນວັນທີ 18 ສິງຫາ 2023 ທີ່ຜ່ານມາ ປອດໄພແລ້ວ ແລະ ໄດ້ອອກຈາກໂຮງໝໍແຂວງຈໍາປາສັກແລ້ວ ພາຍຫຼັງທີ່ໄດ້ຮັບການຊ່ວຍເຫຼືອຈາກພາກສ່ວນກ່ຽວຂ້ອງຂອງລາວ ເເລະ ທີມນັກເເຂ່ງລົດທີ່ເຂົ້າຮ່ວມເເຂ່ງຂັນດ້ວຍກັນຢ່າງທັນການ
ທ່ານ ເສີນຢົງກວາງຜູ້ໄດ້ຮັບບາດເຈັບຈາກອຸບັດເຫດດັ່ງກ່າວໄດ້ກ່າວຕໍ່ໜັງສືພິມວຽງຈັນທາຍໃນຕອນເເລງ ວັນທີ 18 ສິງຫາ 2023 ນີ້ຢູ່ໂຮງເເຮມຈໍາປາສັກເເກຣນ ນະຄອນປາກເຊ ເເຂວງຈໍາປາສັກວ່າ: ພາຍຫຼັງເກີດອຸບັດເຫດໄດ້ຮັບການຊ່ວຍເຫຼືອຈາກພາກສ່ວນກ່ຽວຂ້ອງຂອງລາວ ເເລະ ທີມນັກເເຂ່ງລົດທີ່ເຂົ້າຮ່ວມເເຂ່ງຂັນດ້ວຍກັນຢ່າງທັນການ ເເລະ ຕົນເອງກໍ່ບໍ່ໄດ້ເຈັບສາຫັດເເບບສື່ສັງຄົມອອນລາຍບາງສື່ນໍາສະເໜີເເຕ່ຢ່າງໃດພຽງເເຕ່ມີອາການແໜ້ນໜ້າເອີກ ເເລະ ເຈັບຕາມບໍລິເວນເເຂນ ເເລະ ມື ຈໍານວນໜຶ່ງເທົ່ານັ້ນ ພ້ອມທັງມີຄວາມພ້ອມຮ້ອຍສ່ວນຮ້ອຍທີ່ຈະເຂົ້າຮ່ວມເເຂ່ງຂັນໃນລາຍການຕໍ່ໄປ.
ການເເຂ່ງຂັນລົດວິບາກຂ້າມປະເທດໃນທະວີບອາຊີ ຫຼື ASIA CROSS COUNTRY RALLY ທີ່ລາວໄດ້ຮັບກຽດເປັນເຈົ້າພາບຈັດຂື້ນຄັ້ງທໍາອິດ ຢູ່ເເຂວງຈໍາປາສັກ ເເລະ ເເຂວງອັດຕະປື ລະຫວ່າງວັນທີ 17 ຫາວັນທີ 19 ສິງຫາ 2023 ນີ້.