ນັດທໍາອິດ ກຸ່ມ B ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ (U19) ພົບກັບ ທີມຊາດອົດສະຕຣາລີ ມື້ນີ້ ວັນທີ 18 ກໍລະກົດ 2024 ເວລາ 15:00 ທີ່ສະໜາມ Gelora 10 Nopember Stadium ໃນລາຍການແຂ່ງຂັນບານເຕະຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ (U19) ປະຈຳປີ 2024 ASEAN U19 BOY’S CHAMPIONSHIP 2024 ລະຫວ່າງວັນທີ 17-29 ກໍລະກົດ 2024 ທີ່ປະເທດອິນໂດເນເຊຍ.
ສໍາລັບ ນັດທີ 2 ໃນວັນທີ 21 ກໍລະກົດ 2024 ເວລາ 19: 00 ທີມຊາດລາວ ພົບກັບທີມຊາດມຽນມາ ທີ່ສະໜາມ Gelora 10 Nopember Stadium ແລະ ນັດທີ 3 ໃນວັນທີ 24 ກໍລະກົດ 2024 ເວລາ 15:00 ທີມຊາດລາວ ພົບກັບ ທີມຊາດຫວຽດນາມ ທີ່ສະໜາມ GBT Stadium.
ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ລາຍງານວ່າ: ການແຂ່ງຂັນລາຍການນິ້ ມີ 12 ທີມ ແບ່ງອອກເປັນ 3 ກຸ່ມ ຄື: ກຸ່ມ A ມີທີມຊາດອິນໂດເນເຊຍ (ເຈົ້າພາບ), ຕີມໍ ເລສເຕ, ຟີລິບປິນ ແລະ ກຳປູເຈຍ. ກຸ່ມ B ມີທີມຊາດຫວຽດນາມ, ມຽນມາ, ອົດສະຕຣາລີ ແລະ ລາວ ແລະ ກຸ່ມ C ມີທີມຊາດມາເລເຊຍ, ໄທ, ສິງກະໂປ ແລະ ບຣູໄນ.
ການແຂ່ງຂັນລາຍການນິ້ ແມ່ນຈະຄັດເອົາອັນດັບ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 1 ທີມຜ່ານເຂົ້າຮອບຮອງຊະນະເລີດ.
ທື່ມາ: ສຕລ