ອໍານາດການປົກຄອງແຂວງສາລະວັນຈະບໍ່ອະນຸຍາດໃຫ້ຜູ້ປະກອບການເປີດສັງວຽນຕີໄກ່ລວມທີ່ມີການອະນຸຍາດມາກ່ອນແລ້ວ ແລະ ບໍ່ທັນອະນຸຍາດໂດຍ ໃຫ້ເລີ່ມປະຕິບັດນັບແຕ່ວັນທີ 1 ເດືອນ ກຸມພາ 2023 ນີ້ເປັນຕົ້ນໄປ. ນັ້ນໜາຍຄວາມວ່າ ນັບແຕ່ເດືອນໜ້ານີ້, ທົ່ວແຂວງສາລະວັນຈະບໍ່ມີສັງວຽນຕີໄກ່ .
ການຫ້າມດັ່ງກ່າວນີ້, ອໍານາດການປົກຄອງແຂວງສາລະວັນ ຕາງໜ້າໂດຍທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງໆສາລະວັນ ທັງເປັນປະທານ ສະມາຄົມກິລາ ແລະ ກາຍຍະກໍາແຂວງ ໄດ້ອອກແຈ້ງການເຖິງພາກສ່ວນທີ່ກ່ຽວຂ້ອງໃຫ້ຮັບຮູ້ ເມື່ອວັນທີ 23 ມັງກອນ 2023 ທີ່ຜ່ານມານີ້.
ແຈ້ງການຍັງໄດ້ລະບຸໄວ້ອີກວ່າ: ຖ້າຫາກບຸກຄົນ, ນິຕິບຸກຄົນຫາກຍັງມີການລັກລອບເປີດສັງວຽນຕີໄກ່ ເຈົ້າໜ້າທີ່ກ່ຽວຂ້ອງຈະກ່າວຕັກເຕືອນໂດຍເຮັດບົດບັນທຶກກັບຜູ້ກະທໍາຜິດ, ຖ້າຍັງຝ່າຝືນແມ່ນໃຫ້ດໍາເນີນການປັບໃໝ ແລະ ປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ.
ຂ່າວ: ວຽງຈັນທາຍ