Vientiane Times Lao
ນາງງາມ ໄວລຸ້ນ ຮ່ວມ ກິດຈະກຳການກຸສົນ

ນາງງາມ ໄວລຸ້ນ ຮ່ວມ ກິດຈະກຳການກຸສົນ

ນ້ອງ ແອ່ນຈີ້ ມະຍຸລີ ຊູຕັນນຸວົງ ນາງງາມໄວລຸ້ນ (Miss Teen Laos 2020) ພ້ອມດ້ວຍທີມງານໂຄງການ Miss Teen Laos Organization ແລະ ທີມງານບໍລິສັດ ກ້າວໜ້າ ອໍການາຍເຊີ ຈຳກັດ ຫຼາຍກວ່າ 20 ຄົນ ໄດ້ຈັດກິດຈະກຳການກຸສົນ ເມື່ອບໍ່ດົນມານີ້ທີ່ໂຮງຮຽນ ສຶກສາພິເສດ ນະຄອນຫຼວງວຽງຈັນ  ກ່ຽວກັບການມອບອຸປະກອນການສຶກສາ, ຂອງໃຊ້ປະຈຳວັນທີ່ຈຳເປັນ ແລະ ລ້ຽງອາຫານທ່ຽງ ໃຫ້ກັບນ້ອງໆທີ່ມີຂໍ້ບົກຜ່ອງ ທາງດ້ານ: ຫູ, ຕາ, ປາກ ແລະ ພິການທາງສະໝອງ ແລະ ຍັງມີກິດຈະກຳການຕໍ່ຈິກຊໍ, ແຕ້ມຮູບ-ລະບາຍສີ ແລະ ກິດຈະກໍາອື່ນໆ.
ນອກນັ້ນທາງໂຮງຮຽນໄດ້ຍັງມີການ ຟ້ອນ ປາຄໍ່ໃຫຍ່ ຈາກນ້ອງໆທີ່ພິການທາງການໄດ້ຍິນ ແລະ ຮ້ອງເພງ 2 ບົດເພງ ຈາກນ້ອງໆທີ່ພິການທາງຕາ.

ຂ່າວ: ສີສຸພັນ ອໍາພອນພົງ

ພາບ: ມິດສ ທີນ ລາວ

Related Articles

Leave a Reply