ງານປະກວດນາງສາວແຂວງເຊກອງ ເປັນໜຶ່ງໃນກິດຈະກໍາ ທີ່ກໍານົດໃນງານສະເຫຼີມສະຫຼອງ 3 ວັນປະຫວັດສາດທີ່ສໍາຄັນ, ຊຶ່ງຈັດຂຶ້ນໃນຄໍ່າຄືນວັນທີ 12 ເມສາຜ່ານມາ.
ຜ່ານການປະກວດ ໝາຍເລກ S16 ນາງ ວົງພະຈັນ ຈະເລີນພອນ ສາມາດເອົາຊະນະໃຈກໍາມະການ ແລະ ຄວ້າຕຳແໜ່ງນາງສາວເຊກອງ ປະຈໍາປີ 2025 ໄດ້ຮັບມົງກຸດ ພ້ອມສາຍສະພາຍ ແລະ ເງິນລາງວັນ 15 ລ້ານກີບ, ໃນຂະນະທີ່ ໝາຍເລກ S15 ນາງ ສຸກທາ ສິງຫາລາດ ໄດ້ອັນດັບທີ 2 ໄດ້ຮັບສາຍສະພາຍ ພ້ອມເງິນລາງວັນ 10 ລ້ານກີບ, ອັນດັບທີ 3 ໝາຍເລກ S20 ນາງ ພາສະຫວັນ ຄຸນນະທາມ ໄດ້ຮັບສາຍສະພາຍ ພ້ອມເງິນລາງວັນ 8 ລ້ານກີບ, ຮອງອັນດັບ 3 ມີ 4 ນ້ອງຄື: S01 ນາງ ພຸດສະພອນ ຄໍາວິທອນ, S03 ນາງແອນຕ້າ ສິນສຸໂນ, S06 ນາງ ນໍ້າຫວານ ພົມມະນາສາ ແລະ S17 ນາງ ວະລີວັນ ຄຸນວິໄລນານ ໄດ້ຮັບເງິນລາງວັນ 5 ລ້ານກີບ, ນອກຈາກນີ້ ຍັງມີລາງວັນພິເສດຄື: ລາງຂັວນໃຈມະຫາຊົນ ຜູ້ທີ່ໄດ້ຮັບລາງວັນ ໄດ້ແກ່ S04 ນາງ ປານ້ອຍ ສີຫາວົງ ໄດ້ຮັບເງິນລາງວັນ 3 ລ້ານກີບ, ລາງວັນຂັວນໃຈມິດຕະພາບ ຜູ້ທີ່ໄດ້ຮັບລາງວັນ ໄດ້ແກ່ S05 ນາງ ສຸກສະຫວັດ ແສນສົ່ງເສີມ, ລາງວັນຂວັນໃຈຊ່າງພາບ ໄດ້ແກ່ S14 ນາງ ສີຄຸນ ສຸນິສານ ໄດ້ຮັບສາຍສະພາຍ ແລະ ເງິນສົດ 2 ລ້ານກີບ. ຊຶ່ງເປັນກຽດເຂົ້າຮ່ວມ ແລະ ມອບລາງວັນ ຂອງທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ທ່ານ ແພງສີ ສີລາວີ ຮອງປະທານສະພາ ປະທານຄະນະກຳມະການຈັດງານປະກວດນາງສາວ, ທ່ານ ຕຸລາວັນ ວົງໄຊ ເຈົ້າເມືອງລະມາມ.
ທ່ານ ຈັນໄທ ຄໍາມະນີວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງ ໄດ້ ໃຫ້ຮູ້ວ່າ: ການປະກວດຄັ້ງນີ້, ມີຜູ້ເຂົ້າປະກວດ 20 ນ້ອງນາງສາວ ມາຈາກບັນດາເມືອງ, ອົງການຈັດຕັ້ງມະຫາຊົນ ແລະ ບຸກຄົນສົ່ງເຂົ້າປະກວດ. ໃນນີ້, ຕົວແທນຈາກເມືອງດາກຈຶງ 4 ຄົນ, ເມືອງກະລຶມ 2 ຄົນ, ເມືອງລະມາມ 2 ຄົນ. ງານປະກວດຄັ້ງນີ້, ແມ່ນເປັນຄັ້ງທີ 5.
ຂ່າວ: ພຸດທະສອນ