ລັດຖະບານສັ່ງທຸກຂະແໜງການທີ່ກ່ຽວຂ້ອງກັບການຕ້ານໄພພິບັດນ້ຳຖ້ວມໃນຄັ້ງນີ້ ໃຫ້ເອົາໃຈໃສ່ແທ້ໆໃນການກອບກູ້ ແລະ ຍົກຍ້າຍປະຊາ ຊົນໄປຢູ່ທີ່ປອດໄພ, ພ້ອມທັງຊີ້ນຳໃຫ້ທຸກ ຂະແໜງການທ້ອງຖິ່ນ ແກ້ໄຂບັນຫາຕ່າງໆບໍ່ໃຫ້ຄ້າງຄາ ໂດຍໃຫ້ມີການປະສານງານກັນ ຢ່າງໃກ້ຊິດກັບສູນກາງ.
ອີງຕາມການລາຍງານຂອງກົມປະຊາສຳພັນ ສຳນັກງານນາຍົກ ລັດຖະມົນຕີ ໃນຕອນຄໍ່າມື້ນີ້ 07/09/2019 ວ່າ: ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ເອົາໃຈໃສ່ກອບກູ້ ແລະ ຍົກຍ້າຍປະຊາ ຊົນໄປຢູ່ທີ່ປອດໄພໃຫ້ໄດ້ທັງຫມົດ, ເອົາໃຈໃສ່ເບິ່ງແຍງດູແລສຸຂະພາບ ຂອງປະຊາຊົນໃຫ້ດີ, ໃຫ້ມີແພດໝໍບໍລິການດ້ານສາທາລະນາສຸກຢ່າງ ເປັນປົກກະຕິ ແລະ ທົ່ວເຖິງໃນແຕ່ລະຈຸດເຕົ້າໂຮມ, ທັງມີອຸປະກອນ ການແພດ ແລະ ຢາປົວພະຍາດພຽງພໍ.
ທ່ານ ຍັງຊີ້ນຳໃຫ້ສະໜອງເຄື່ອງອຸປະໂພກບໍລິໂພກທີ່ຈຳເປັນ ເຊັ່ນ: ອາຫານ, ນໍ້າດື່ມ-ນໍ້າສະອາດ, ເຄື່ອງໃຊ້ທີ່ຈໍາເປັນແລະ ອື່ນໆ ໃຫ້ແກ່ຜູ້ປະສົບໄພຢ່າງພຽງພໍ, ທັນການ. ການແກ້ໄຂໄພພິບັດ ຕ້ອງມີການຈັດຕັ້ງບັນຊາ, ແບ່ງຄວາມຮັບຜິດຊອບລະອຽດຈະແຈ້ງ, ມີການປະສານງານທີ່ສະດວກ, ວ່ອງໄວ, ມີແຜນການແກ້ໄຂທີ່ດີ. ເມື່ອພົບບັນຫາຫຍຸ້ງຍາກ ໃຫ້ມີການປຶກສາຫາລືກັນ ຫຼື ຂໍທິດ ຊີ້ນຳຈາກຂັ້ນເທິງຢ່າງທັນການ, ເດັດຂາດບໍ່ໃຫ້ແກ່ຍາວ ຫຼື ສະສົມບັນຫາ; ຕ້ອງຮີບຮ້ອນຄົ້ນຄວ້າຈັດສັນຫາວັດຖຸສິ່ງຂອງທີ່ຈຳເປັນ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສະພາບການ ເປັນຕົ້ນ ເຮືອ, ພາຫະນະ, ເຄື່ອງໃຊ້ສອຍຕ່າງໆ ທີ່ບໍທັນພຽງພໍ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ບັນດາແຂວງພາກໃຕ້ໃນຕອນເຊົ້າທີ່ຜ່ານມາ ເພື່ອສະແດງຄວາມເປັນຫ່ວງເປັນເປັນໃຍຕໍ່ປະຊາຊົນລາວ ຈາກເຫດການນ້ຳຖ້ວມໃນຄັ້ງນີ້. ພ້ອມນີ້, ທ່ານ ນາຍົກຍັງໄດ້ຕ່າງໜ້າ ໃຫ້ລັດຖະບານມອບເງິນຈຳນວນໜຶ່ງໃຫ້ແຂວງສະຫວັນນະເຂດ, ສາລະວັນ ແລະ ແຂວງຈຳປາສັກ ເພື່ອນຳໄປຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ບັນດາເມືອງ ທີ່ໄດ້ຮັບຜົນກະທົບຈາກໄພພິບັດດັ່ງກ່າວ.
ຂ່າວ: ສຸກນີລັນດອນ
ພາບ: ຂປລ
