ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຊີ້ນໍາຂະແໜງການກ່ຽວຂ້ອງທີ່ກອງປະຊຸມວິສາມັນຂອງລັດຖະບານທີ່ໄດ້ຈັດຂຶ້ນເມື່ອວັນທີ 21 ສິງຫາ 2023 ທີ່ຜ່ານມາ ໃຫ້ເອົາໃຈໃສ່ບາງວຽກຈຸດສຸມຈຳນວນໜຶ່ງທີ່ຈໍາເປັນຕ້ອງໄດ້ແກ້ໄຂຢ່າງຮີບດ່ວນ.
ວຽກຈຸດສຸມທີ່ທ່ານນາຍົກຊີ້ນໍາປະກອບມີ: ໃຫ້ສືບຕໍ່ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ເປັນຕົ້ນບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນ ໂດຍໃຫ້ຮີບຮ້ອນຄົ້ນຄວ້າມາດຕະການແກ້ໄຂໃຫ້ຖືກຈຸດ, ແຂງແຮງຂຶ້ນກ່ວາເກົ່າ, ນໍາໃຊ້ຫຼາຍນະໂຍບາຍ, ຫຼາຍມາດຕະການ, ຫຼາຍວິທີ, ໃຫ້ກະຊວງ ສຶກສາທິການ ແລະ ກິລາ ເປັນເຈົ້າການ ສົມທົບກັບພາກສ່ວນກ່ຽວ ຂ້ອງ ກະກຽມຄວາມພ້ອມໃນການໄຂສົກຮຽນໃໝ່, ລວມທັງການແກ້ໄຂບັນຫາຕ່າງໆ ທີ່ຕິດພັນກັບສະຖາບັນການສຶກສາ, ຮີບຮ້ອນແກ້ໄຂຜົນກະທົບຈາກຝົນຕົກໜັກໃນ 2 ອາທິດຜ່ານມາ ໂດຍສະເພາະສຸມໃສ່ຟື້ນຟູເຂດພື້ນທີ່ທຳການຜະລິດ, ສ້ອມແປງເສັ້ນທາງທີ່ເປ່ເພ ແລະ ຖືກຕັດຂາດ ເປັນຕົ້ນ ເສັ້ນທາງເລກທີ 8, ເສັ້ນ ທາງເລກທີ 12 ແລະ ເສັ້ນທາງອື່ນໆ ໃຫ້ສາມາດເດີນທາງໄປ-ມາ ເປັນປົກກະຕິໂດຍໄວ. ພ້ອມກັນນັ້ນ ກໍສືບຕໍ່ຕິດຕາມສະພາບການປ່ຽນແປງ ຂອງດິນຟ້າອາກາດ ພ້ອມທັງວາງແຜນປ້ອງກັນ ແລະ ຮັບມື ຕໍ່ກັບໄພພິບັດທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ, ສືບຕໍ່ກະກຽມຄວາມພ້ອມ ໃຫ້ແກ່ການໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ ຂອງການນໍາຂັ້ນສູງ ໂດຍສະເພາະ ການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຢູ່ ອິນໂດເນເຊຍ ແລະ ຮັບການເປັນປະທານອາຊຽນ; ການຕ້ອນຮັບການນໍາຈາກຕ່າງປະເທດ ກໍຄືງານສຳຄັນຕ່າງໆ.
ຂ່າວ-ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ