Vientiane Times Lao
ນາຍົກເນັ້ນໃຫ້ເອົາໃຈໃສ່ເປັນພິເສດນະໂຍບາຍຕໍ່ພະນັກງານແພດໝໍ ທີ່ປະຕິບັດໜ້າທີ່ປະຈັນບານຢູ່ໂຮງໝໍທີ່ມີຄວາມສ່ຽງສູງກັບພະຍາດໂຄວິດ-19

ນາຍົກເນັ້ນໃຫ້ເອົາໃຈໃສ່ເປັນພິເສດນະໂຍບາຍຕໍ່ພະນັກງານແພດໝໍ ທີ່ປະຕິບັດໜ້າທີ່ປະຈັນບານຢູ່ໂຮງໝໍທີ່ມີຄວາມສ່ຽງສູງກັບພະຍາດໂຄວິດ-19

ກອງປະຊຸມນາຍົກ ລັດຖະມົນຕີ ຮ່ວມກັບຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ ໂຄວິດ-19 ຂັ້ນສູນກາງ ແລະ ຄະນະສະເພາະກິດຂັ້ນທ້ອງຖິ່ນທົ່ວປະເທດຜ່ານລະບົບກອງປະຊຸມທາງໄກ (Video Conference), ໂດຍການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີໄດ້ຈັດຂຶ້ນເມື່ອວັນທີ 17 ພຶດສະພາ 2021 ຜ່ານມາຢູ່ສໍານັກງານນາຍົກລັດຖະມົນຕີ.

ເນື່ອງໃນໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີໄດ້ຍ້ອງຍໍຊົມເຊີຍ ຕໍ່ຖັນແຖວແພດໜໍ, ທະຫານ, ຕຳຫຼວດ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທີ່ໄດ້ຕັ້ງໜ້າປະຕິບັດໜ້າທີ່ອັນໜັກໜ່ວງ ແລະ ມີຄວາມສ່ຽງຕໍ່ສຸຂະພາບ ແລະ ຊີວິດຂອງຕົນ ຢ່າງບໍ່ຮູ້ອິດເມື່ອຍ ໃນການໃຫ້ບໍລິການຮັບໃຊ້ປະຊາຊົນ ນັບທັງກາງເວັນ, ກາງຄືນ ມາເປັນເວລາຍາວນານເກືອບ 2 ປີແລ້ວເພື່ອປ້ອງກັນພະຍາດໂຄວິດ-19, ໃຫ້ເອົາໃຈໃສ່ເປັນພິເສດ ນະໂຍບາຍຕໍ່ພະນັກງານແພດໝໍ ທີ່ປະຕິບັດໜ້າທີ່ປະຈັນບານຢູ່ໂຮງໝໍ ທີ່ມີຄວາມສ່ຽງສູງ ແລະ ຕໍ່ຜູ້ປະກອບການ ແລະ ປະຊາຊົນ ຜູ້ມີນໍ້າໃຈເອື້ອເຟື້ອເພື່ອແຜ່ ທີ່ໄດ້ປະກອບສ່ວນວັດຖຸສິ່ງຂອງ ແລະ ທຶນຮອນ ເພື່ອນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ແລະ ຮູ້ບຸນຄຸນ ຕໍ່ລັດຖະບານ ແລະ ປະຊາຊົນ ບັນດາປະເທດເພື່ອນມິດ ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການ ໃນໄລຍະທີ່ຜ່ານມາ ແລະ ຫວັງວ່າຈະໄດ້ຮັບການສືບຕໍ່ຊ່ວຍເຫຼືອໃນຕໍ່ໜ້າ.

ນອກນັ້ນ, ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ຄະນະສະເພາະກິດຂັ້ນສູນກາງ ແລະ ທ້ອງຖິ່ນ ຮີບຮ້ອນປັບປຸງໂຄງປະກອບດ້ານບຸກຄະລາກອນ ຂອງການຈັດຕັ້ງຕົນເອງ ໃຫ້ຄົບຖ້ວນສົມບູນ, ປັບປຸງລະບົບແບບແຜນວິທີເຮັດວຽກ ໃຫ້ໂລ່ງລ່ຽນ, ວ່ອງໄວ ແລະ ມີປະສິດທິພາບສູງ ຕາມຮູບແບບການບັນຊາການສູ້ຮົົບ, ສຳຄັນຕ້ອງມີແຜນປະຕິບັດງານ ທີ່ຈະແຈ້ງ, ມີເປົ້າໝາຍ, ມີຄາດໝາຍ ທີ່ຮັດກຸມ, ມີກຳລັງຄົນ ກັບກຳລັງຊັບ ຈັດຕັ້ງປະຕິບັດຄັກແນ່. ສໍາລັບມາດຕະການຜ່ອນຜັນດ້ານການບໍລິຫານ ແລະ ສັງຄົມ ຫຼັງວັນທີ 20 ພຶດສະພາ 2021 ນີ້ ໃຫ້ສົມທົບກັນຄົ້ນຄວ້າຄືນ ໂດຍສະເພາະ ມາດຕະການໃດ ທີ່ສາມາດຜ່ອນຜັນ ແລະ ມາດຕະການໃດຕ້ອງໄດ້ເພີ່ມ ທະວີຄວາມເຂັ້ມງວດ ເພື່ອໃຫ້ແທດເໝາະກັບສະພາບຕົວຈິງ ໂດຍໃຫ້ຄຳແນະນຳເພີ່ມເຕີ່ມຂອງຄະນະສະເພາະກິດລາຍລະອຽດ ແລະ ມີຜົນບັງຄັບໃຊ້ຢ່າງເຂັ້ມງວດ, ດ້ານການແພດ ໃຫ້ເອົາໃຈໃສ່ສ້າງແຜນຈັດຕັ້ງປະຕິບັດກ່ຽວກັບການຈັດຫາວັກຊິນ ແລະ ສັກວັກຊິນໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້, ໄດ້ໄວເທົ່າທີ່ຈະໄວໄດ້, ຖືວຽກນີ້ ເປັນວຽກຕ້ອງສຸມໃສ່ເຮັດ ໂດຍບໍ່ໃຫ້ລັງເລໃດໆ, ໃຫ້ຖອດບົດຮຽນນໍາປະເທດເພື່ອນມິດ ກ່ຽວກັບຢາປົວພະຍາດໂຄວິດ-19 ທີ່ເຮັດໃຫ້ປິ່ນປົວເຊົາໄວຂຶ້ນ, ປັບປຸງຍົກລະດັບເຄື່ອງມືອຸປະກອນການແພດຕາມ ຄວາມຈຳເປັນ ເພື່ອຄວາມສະດວກວ່ອງໄວ ແລະ ທັນການຂຶ້ນ, ການຈັດສັນງົບປະມານ ໃຫ້ມີແຜນລະອຽດຕົວຈິງ ບໍ່ໃຫ້ເຮັດລວມໆ ຕ້ອງຈັດສັນໃສ່ອັນໃດທີ່ຈຳເປັນ, ສືບຕໍ່ຮັບເອົາການຊ່ວຍເຫຼືອທັງພາຍໃນ ແລະ ຕ່າງປະເທດ, ໃຫ້ເອົາໃຈໃສ່ເປັນພິເສດ ນະໂຍບາຍຕໍ່ພະນັກງານແພດໝໍ ທີ່ປະຕິບັດໜ້າທີ່ປະຈັນບານຢູ່ໂຮງໝໍ ທີ່ມີຄວາມສ່ຽງສູງ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

Related Articles

Leave a Reply