ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລາຍງານຜົນການຈັດຕັ້ງແຜນການພັດທະນາເສດຖະກິດ ຄາດຄະເນໝົດປີ ຈະສາມາດບັນລຸໄດ້ຕາມມະຕິສະພາກໍານົດ ກໍຄື 4.5%.
ການລາຍງານດັ່ງກ່າວ ມີຂຶ້ນ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ມື້ທຳອິດ ໃນວັນທີ 10 ມິຖຸນາ 2024 ໂດຍການເປັນ ປະທານ ຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມມີບັນດາການນຳຈາກພັກ-ລັດ ແລະ ບັນດາສະມາຊິກສະພາເຂົ້າຮ່ວມ.
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລາຍງານກ່ຽວກັບສະ ພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານ ແລະ ແຜນເງິນຕາຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024.
ທ່ານ ສອນໄຊ ສີພັນດອນ ຍົກໃຫ້ເຫັນບາງຕອນວ່າ: ໃນໄລຍະ 6 ເດືອນຕົ້ນປີ 2024 ນີ້, ສະພາບການພາກພື້ນ, ສາກົນ ມີການຜັນແປຢ່າງສັບສົນທີ່ສຸດ, ສະເພາະ ຢູ່ ສປປ ລາວ ກໍມີທັງກາລະໂອກາດ ແລະ ສືບຕໍ່ຜະເຊີນກັບຄວາມຫຍຸ້ງຍາກຫຼາຍດ້ານເຊັ່ນກັນ.
ສະເພາະວຽກງານຂົງເຂດເສດຖະກິດ ລັດຖະບານໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາຕົວເລກຄາດໝາຍ ແລະ ມາດຕະການຕ່າງໆທາງດ້ານເສດຖະກິດ ໂດຍສະເພາະໄດ້ສຸມໃສ່ປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ຕິດພັນກັບການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ.
ທ່ານ ສອນໄຊ ສີພັນດອນ ລາຍງານວ່າ: ຜ່ານການປະຕິບັດຕົວຈິງ ໄດ້ມີຜົນສຳເລັດ ແລະ ໝາກຜົນຕົວຈິງຈຳນວນໜຶ່ງ ເປັນຕົ້ນ ໃນໄລຍະ 6 ເດືອນຕົ້ນປີ 2024 ເສດຖະກິດຂອງ ສປປ ລາວ ມີທ່າອ່ຽງຂະຫຍາຍຕົວດີຂຶ້ນສາມາດບັນລຸໄດ້ ໃນລະດັບ 4.7%, ຄາດຄະເນໝົດປີ ຈະສາມາດບັນລຸໄດ້ຕາມມະຕິສະພາກໍານົດ (ມະຕິສະພາ ໝົດປີໃຫ້ບັນລຸ 4,5%).
ໂດຍ GDP ຄາດຄະເນ 6 ເດືອນຕົ້ນປີ 2024 ຈະບັນລຸ 148,043 ຕື້ກີບ ຫຼື ເທົ່າກັບ 50.4% ຂອງແຜນການ (ມະຕິສະພາ 293,786 ຕື້ກີບ).
ສ່ວນການຮັກສາສະຖຽນລະພາບດ້ານເງິນຕາ ໄດ້ສືບຕໍ່ກຳນົດ ແລະ ການບັງຄັບໃຊ້ມາດຕະການຕ່າງໆ ເພື່ອຮັກສາສະຖຽນລະພາບທາງດ້ານເງິນຕາ, ເຖິງວ່າຢູ່ໃນໃນສະພາບທີ່ມີຄວາມຫຍຸ້ງຍາກ ແລະ ອ່ອນໄຫວໄດ້ງ່າຍ ແຕ່ກໍຍັງສາມາດປະຄັບປະຄອງໄວ້ໄດ້ ໂດຍສະເພາະ ໄດ້ເພີ່ມທະວີການຄວບຄຸມເງິນເຟີ້ ໂດຍຈັດຕັ້ງປະຕິບັດນະໂຍບາຍເງິນຕາທີ່ຮັດກຸມ, ຄຸ້ມຄອງອັດຕາແລກປ່ຽນບໍ່ໃຫ້ຜັນຜວນແຮງ, ລະດົມເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາຄານ ແລະ ປັບປຸງນິຕິກຳກ່ຽວຂ້ອງ, ພ້ອມທັງ ຊຸກຍູ້ການພັດທະນາເສດຖະກິດ ດ້ວຍການກະຈາຍສິນເຊື່ອ ໃຫ້ແກ່ພາກສ່ວນເສດຖະກິດ.
ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າ: ໃນ 5 ເດືອນ ຕົ້ນປີ 2024 ສະເລ່ຍຢູ່ໃນລະດັບ 25,1%, ສະເພາະເດືອນພຶດສະພາ 2024 ຢູ່ໃນລະດັບ 25,8% ແລະ ຄາດຄະເນ 6 ເດືອນຕົ້ນປີ ຈະຢູ່ໃນລະດັບ 25% (ມະຕິສະພາ: ໃຫ້ຢູ່ໃນລະດັບບໍ່ເກີນ 9% ຫລື 1 ຕົວເລກ ໃນທ້າຍປີ 2024).
ມາຮອດທ້າຍເດືອນ ພຶດສະພາ 2024 ທຽບໃສ່ທ້າຍປີ 2023 ເງິນກີບທຽບໃສ່ເງິນໂດລາ ອ່ອນຄ່າ 3,98%, ເງິນກີບທຽບໃສ່ເງິນບາດ ອ່ອນຄ່າ 2,96%. ໂດຍລວມແລ້ວ, ຈັງຫວະການອ່ອນຄ່າຂອງເງິນກີບ ເຖິງວ່າຈະອ່ອນຄ່າ ແຕ່ກໍ່ຢູ່ໃນຈັງຫວະທີ່ຊ້າກວ່າປີ 2023.
ໂດຍທ່ານ ນາຍົກກ່າວວ່າ ສິ່ງທ້າທາຍ ແມ່ນສ່ວນຕ່າງອັດຕາແລກປ່ຽນກີບ/ໂດລາ ລະຫວ່າງ ທະນາຄານທຸລະກິດ ແລະ ຕະຫຼາດນອກລະບົບ ທີ່ຍັງຢູ່ ໃນລະດັບທີ່ສູງກວ່າ 10% ທຽບໃສ່ຄາດໝາຍວາລະແຫ່ງຊາດ ແມ່ນຍັງສູງ (ຄາດໝາຍວາລະແຫ່ງຊາດ ບໍ່ ເກີນ 2%).