ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈະເດີນທາງໄປຢ້ຽມຢາມ ອົດສະຕຣາລີ ຢ່າງເປັນທາງການ ໃນລະຫວ່າງວັນທີ 4-7 ມີນາ 2024 ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານ ແອນໂທນີ ອານບານີຊີ ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ, ຊຶ່ງການຢ້ຽມຢາມ ອົດສະຕຣາລີ ຄັ້ງນີ້ ເພື່ອເປັນການ ຮັດແໜ້ນສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
ໃນໂອກາດດຽວກັນນັ້ນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະ ຈະໄດ້ເຂົ້າຮ່ວມກອງປະຊຸມສຸດຍອດສະໄໝພິເສດເພື່ອສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 5-6 ມີນາ 2024 ທີ່ເມືອງ ເມວເບິນ ປະເທດ ອົດສະຕຣາລີ.
ໃນນາມປະທານອາຊຽນ ປິ 2024 ແລະ ໃນນາມປະເທດປະສານງານການພົວພັນອາຊຽນ-ອົດສະຕຣາລີ, ທ່ານ ສອນໄຊ ສີພັນດອນ ຈະໄດ້ເປັນປະທານຮ່ວມກອງປະຊຸມສຸດຍອດດັ່ງກ່າວ ຮ່ວມກັບ ທ່ານ ແອນໂທນີ ອານບານີຊີ, ກອງປະຊຸມສຸດຍອດ ເພື່ອທົບທວນການຮ່ວມມື ລະຫວ່າງ ອາຊຽນ ແລະ ອົດສະຕຣາລີ ໃນໄລຍະ 5 ທົດສະວັດຜ່ານມາ ແລະ ກຳນົດທິດທາງການຮ່ວມມືໃນຕໍ່ໜ້າ.
ນອກຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ຍັງມີແຜນຈະພົບປະສອງຝ່າຍກັບບາງປະເທດສະມາຊິກອາຊຽນ ແລະ ຄູ່ເຈລະຈາອາຊຽນ ເພື່ອປຶກສາຫາລືຮ່ວມກັນໃນການຂະຫຍາຍການພົວພັນຮ່ວມມືສອງຝ່າຍໃນຕໍ່ໜ້າ.
ແຈ້ງການ: ກະຊວງການຕ່າງປະເທດ