Vientiane Times Lao
ນາຍົກ ຈະເດີນທາງຢ້ຽມຢາມ ຣາຊະອານາຈັກໄທ

ນາຍົກ ຈະເດີນທາງຢ້ຽມຢາມ ຣາຊະອານາຈັກໄທ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຈະເດີນທາງຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການ ໃນວັນທີ 20 ກຸມພາ 2025, ໂດຍຕອບສະໜອງຕາມຄຳເຊື້ອເຊີນ ຂອງທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ.

ການຢ້ຽມຢາມຣາຊະອານາຈັກໄທ ຄັ້ງນີ້ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງປະເທດ ລາວ ແລະ ໄທ ໃຫ້ໄດ້ຮັບການພັດທະນາຍິ່ງໆ ຂຶ້ນ.

ແຈ້ງການ: ກະຊວງການຕ່າງປະເທດ

Related Articles

Leave a Reply