Vientiane Times Lao
ນາຍົກ ຈະເດີນທາງເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລືໂບອາວ ເພື່ອອາຊີ ທີ່ປະເທດຈີນ

ນາຍົກ ຈະເດີນທາງເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລືໂບອາວ ເພື່ອອາຊີ ທີ່ປະເທດຈີນ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນ ຂັ້ນສູງ ຈະເດີນທາງເຂົ້າຮ່ວມກອງປະຊຸມເວທີ ປຶກສາ ຫາລືໂບອາວ ເພື່ອອາຊີ ປະຈໍາປີ 2025 (Boao Forum for Asia Annual Conference 2025) ທີ່ໂບອາວ ແຂວງໄຮນານ ສປ ຈີນ ໃນລະຫວ່າງວັນທີ 26-28 ມີນາ 2025, ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງເລຂາທິການໃຫຍ່ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ.

ສໍາລັບ ກອງປະຊຸມຄັ້ງນີ້ ເພື່ອຊຸກຍູ້ສົ່ງເສີມການພົວພັນ ແລະ ສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ການຮ່ວມມືທາງດ້ານເສດຖະກິດໃນພາກພື້ນ ແລະ ສາກົນ.

Related Articles

Leave a Reply