Vientiane Times Lao
ນາຍົກ ແນະນຳໃຫ້ຈຳປາສັກ ເພີ່ມບໍລິການ ສາຍການບິນ ດຶງດູດການລົງທຶນ ແລະ ການທ່ອງທ່ຽວ

ນາຍົກ ແນະນຳໃຫ້ຈຳປາສັກ ເພີ່ມບໍລິການ ສາຍການບິນ ດຶງດູດການລົງທຶນ ແລະ ການທ່ອງທ່ຽວ

ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແນະນຳໃຫ້ ອຳນາດການປົກຄອງແຂວງ ຈຳປາສັກ ເປີດບໍລິການສາຍການບິນເພີ່ມ ເພື່ອອໍານວຍຄວາມສະດວກ, ດຶງດູດການລົງທຶນ, ດຶງດູດການທ່ອງທ່ຽວ ແລະ ອື່ນໆ.

ຄຳເຫັນດັ່ງກ່າວມີຂຶ້ນເມື່ອບໍ່ດົນມານີ້ ໃນໂອກາດ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ຕິດຕາມຊຸກຍູ້ ແລະ ຊີ້ນຳວຽກງານການພັດທະນາເສດຖະກິດ-ສັງຄົມ ຢູ່ແຂວງຈຳປາສັກ ໂດຍມີທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍການນຳຫຼັກແຫຼ່ງຂອງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ.

ອີງຕາມຂໍ້ມູນຈາກ ເວັບໄຊ ການບິນລາວ, ປັດຈຸບັນ ຖ້ຽວບິນວຽງຈັນ-ປາກເຊ ມີ 2 ຖ້ຽວຕໍ່ມື້ ແລະ ມີ 3​ຖ້ຽວຕໍ່ມື້ ສຳລັບວັນ ວັນອັງຄານ, ວັນພະຫັດ ແລະ ວັນເສົາ, ຖ້ຽວບິນຈາກ ຫຼວງພະບາງ-ປາກເຊ ອີກ ມື້ລະ 1 ຖ້ຽວ ສຳລັບທຸກໆວັນ ອັງຄານ, ພະຫັດ ແລະ ວັນເສົາ. ສ່ວນສາຍການບິນ ລາວສະກາຍເວ ແມ່ນມີປະມານ 2 ຖ້ຽວ ຕໍ່ ອາທິດ ໃນວັນ ສຸກ ແລະ ວັນອາທິດ.

ສຳລັບການທ່ອງທຽວ ອີງຕາມຄຳໃຫ້ສຳພາດຂອງ ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ ເຫັນວ່າໃນປີ 2024 ຄາດຄະເນຈະມີນັກທ່ອງທ່ຽວສາກົນເດີນທາງມາທ່ຽວແຂວງຈຳປາສັກປະມານ 330ພັນກວ່າເທື່ອຄົນ, ຈະສາມາດສ້າງລາຍຮັບຈາກການທ່ອງທ່ຽວໄດ້ປະມານ 64ລ້ານກວ່າໂດລາ ແລະ ໃນປີ 2025 ນັກທ່ອງທ່ຽວສາກົນຈະບັນລຸເຖິງ 350 ພັນກວ່າເທື່ອຄົນ ແລະ ຈະສ້າງລາຍຮັບໄດ້ 68ລ້ານກວ່າໂດລາ.

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ເນັ້ນໜັກໃຫ້ ອຳນາດການປົກຄອງແຂວງ ຈຳປາສັກ ສືບຕໍ່ຕິດຕາມ ແລະ ຄຸ້ມຄອງລາຄາສິນຄ້າບູລິມະສິດ ທີ່ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຢ່າງເຂັ້ມງວດ; ຄຸ້ມຄອງບັນດາບໍລິສັດນຳເຂົ້າ-ສົ່ງອອກສິນຄ້າພາຍໃນແຂວງ ການຊຳລະສະສາງ ໃຫ້ຜ່ານລະບົບທະນາຄານ ຢ່າງຖືກຕ້ອງ ແລະ ເຂັ້ມງວດ; ນຳໃຊ້ເງິນເກີນແຜນ ປີ 2023 ໃຫ້ຖືກເປົ້າໝາຍທີ່ລັດຖະບານ ໄດ້ກຳນົດໄວ້; ສົ່ງເສີມການນຳໃຊ້ຜະລິດຕະພັນພາຍໃນໃຫ້ຫຼາຍຂຶ້ນ ໄປຄຽງຄູ່ກັບການສົ່ງເສີມການຜະລິດທີ່ມີທ່າແຮງ ແລະ ສົ່ງອອກ ຕິດພັນກັບການປຸງແຕ່ງພາຍໃນ ແລະ ຫັນເປັນອຸດສາຫະກຳ ໃຫ້ຫຼາຍກວ່າເກົ່າ.

ໃນປີ 2023 ທີ່ຜ່ານມາ ເສດຖະກິດ ແຂວງຈຳປາສັກ ຂະຫຍາຍຕົວຕໍ່ເນື່ອງ ລະດັບ 5,63%  ໂດຍສາມາດເກັບລາຍຮັບໄດ້ 2.483 ຕື້ກີບ (ລື່ນແຜນ 29%).

ອຳນາດການປົກຄອງ ແຂວງ ຍັງຖືກແນະນຳໃຫ້ ເອົາໃຈໃສ່ປະຕິບັດ ມາດຕະການປະຢັດມັດທະຍັດ ເປັນຕົ້ນ ໄຟຟ້າ, ນໍ້າມັນເຊື້ອໄຟ, ພະລັງງານທົດແທນ, ການນຳໃຊ້ພາຫະນະ, ເຄື່ອງໃຊ້ຫ້ອງການ ແລະ ອື່ນໆ; ຄົ້ນຄວ້າແກ້ໄຂ ບັນດາໂຄງການລົງທຶນ ທີ່ແກ່ຍາວເວລາມາດົນ ບໍ່ມີປະສິດທິຜົນ ໃຫ້ເດັດຂາດ;​ ສືບຕໍ່ຕິດຕາມ, ຄຸ້ມຄອງການເຄື່ອນໄຫວຂອງແຮງງານ, ການເຄື່ອນໄຫວຂອງພົນລະເມືອງ ກໍຄື ການເຄື່ອນໄຫວທົ່ວສັງຄົມ ໃຫ້ສາມາດກໍາໄດ້ສະພາບ; ຍົກລະດັບການພັດທະນາສີມືແຮງງານ ທັງດ້ານຈໍານວນ ແລະ ຄຸນນະພາບ; ສືບຕໍ່ກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ຖືກຕາມຂັ້ນຕອນ ແລະ ລະບຽບການ, ຮັບປະກັນທາງດ້ານເນື້ອໃນ, ບຸກຄະລາກອນ ຕາມມາດຖານເງື່ອນໄຂ ແລະ ສໍາເລັດຕາມແຜນການທີ່ກຳນົດໄວ້.

ປັດຈຸບັນ ການແກ້ໄຂຄວາມທຸກຍາກ ທົ່ວແຂວງຈຳປາສັກ ມີຄອບຄົວພົ້ນທຸກ ກວມ 96,86%, ບ້ານພົ້ນທຸກ ກວມ 98,44%, ນອກນັ້ນ ຍັງສາມາດປະກາດເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ໄດ້ 10 ກວ່າບ້ານແລ້ວ, ສາມາດປະກາດເປັນແຂວງຫົວໜ່ວຍຍຸດທະສາດ ໃນປີຜ່ານມາ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ໄດ້ 6 ເມືອງ ແລະ 1 ນະຄອນ, ສ້າງບ້ານພັດທະນາ ກວມ 73%, ສ້າງບ້ານປ້ອງກັນຄວາມສະຫງົບດີ ກວມ 88%, ບ້ານປອດຢາເສບຕິດ ກວມ 74,76%.

Related Articles

Leave a Reply