Vientiane Times Lao
ນຳສະເໜີໜັງສືພະໄຕປີດົກລາວ ສະບັບ ອັກສອນປາລີ ແລະ ອັກສອນລາວ

ນຳສະເໜີໜັງສືພະໄຕປີດົກລາວ ສະບັບ ອັກສອນປາລີ ແລະ ອັກສອນລາວ

ການນຳສະເໜີໜັງສືພະໄຕປີດົກລາວ ສະບັບອັກສອນປາລີ ແລະ ອັກສອນລາວ ເພື່ອເປັນການສົ່ງເສີມການ ເຜີຍແຜ່ຄຳສອນໃນທາງພຸດທະສາສະໜາ ແລະ ເພື່ອເປັນການສ້າງຂະບວນການກະກຽມຄວາມພ້ອມ ຂ່ຳນັບຮັບຕ້ອນວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນປີ 2025.

ພິທີຖະແຫຼງຂ່າວ ການນຳສະເໜີໜັງສືພະໄຕປີດົກລາວ ນີ້ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2024 ທີ່ຫໍທໍາມະສະພາວັດພະທາດຫຼວງເໜືອ ນະຄອນຫຼວງວຽງຈັນ, ໂດຍມີ ພະອາຈານ ອະທິປະໄຕ ໄມຕີຈິດ ຄະນະບໍລິຫານງານປະຈຳການ ຫົວໜ້າຫ້ອງການບໍລິຫານງານ ສູນກາງອົງການ ພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ (ອພສ), ພະອາຈານ ວັນຄຳ ວົງສາສຸລິນ ຄະນະບໍລິຫານງານ ປະຈຳການ ຫົວໜ້າກໍາມາທິການປົກຄອງສົງ ສູນກາງ ອພສ, ພະອາຈານ ພວງປະເສີດ ພູມາວົງ ຄະນະບໍລິຫານງານປະຈຳການ ຮອງຫົວໜ້າກໍາມາທິການສຶກສາສົງ ສູນກາງ ອພສ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ພະອາຈານ ອະທິປະໄຕ ໄມຕີຈິດ ໄດ້ກ່າວວ່າ: ສູນກາງອົງການ ພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ມີການຮຽບຮຽງ ພະໄຕປີດົກລາວ ເຊິ່ງເປັນຄຳພີທີ່ບັນທຶກຄຳສອນ ໃນທາງພຸດທະສາສະໜາ ອອກເປັນສະບັບອັກສອນປາລີລາວ ແລະ ສະບັບອັກສອນລາວ ເພື່ອໃຫ້ພະສົງ-ສາມະເນນ ແລະ ບັນດາທ່ານໄດ້ສຶກສາຮຽນຮູ້ ເຊິ່ງເປັນສະບັບຂອງຄົນລາວ ທີ່ສົມບູນທີ່ສຸດເທົ່າທີ່ເຄີຍຈັດພິມມາ. ພະໄຕປີດົກ ປະກອບໄປດ້ວຍ 3 ຄຳພີຄື: ພະວິໄນປິດົກ, ພະສູດຕັນຕະປິດົກ ແລະ ພະອະພິທໍາປິດົກ. ພະວິໄນປິດົກ ແມ່ນລະບຽບວິໄນ ກໍຄືສິກຂາບົດຂອງ ພະພິກຂຸ ແລະ ພິກຂຸນີ ມີ 5 ຄໍາພີ ເປັນຕົ້ນ ອາທິກໍາມິກະ, ປາຈິດຕີ, ມະຫາວັກຄະ, ຈຸລະວັກຄະ ແລະ ປະຣິວາຣະວັກຄະ. ສຳລັບພະສູດຕັນຕະປິດົກ ແມ່ນປະມວນຄໍາເທສນາ ຫລື ສົນທະນາໂຕ້ຕອບ ຂອງພະພຸດທະເຈົ້າ ໃນໂອກາດຕ່າງໆ, ສະຖານທີ່ຕ່າງໆ ແລະ ກັບບຸກຄົນຕ່າງໆ ມີທັງເປັນບົດເທສນາຍືດຍາວ, ບົດສົນທະນາຖາມ-ຕອບ ແກ້ໄຂບັນຫາຕ່າງໆ ໂດຍແບ່ງເປັນ 5 ຄໍາພີ ຄື: ທີຄະນິກາຍ, ມັດຊິມະນິກາຍ, ສັງຍຸດຕະນິກາຍ, ອັງຄຸດຕະຣະນິກາຍ ແລະ ຂຸດທະກະນິກາຍ.

ສ່ວນພະສູດຕັນຕະປິດົກ ມີທັງໝົດ 21.000 ພະທໍາມະຂັນ. ພະອະພິທໍາມະປິດົກ ແມ່ນປະຣະມັດຖະທໍາ ຫລື ທໍາມະຊັ້ນສູງ ທີ່ເປັນພຸດທະປຣັດຊະຍາ ໂດຍມີເນື້ອໃນກ່ຽວກັບ 4 ຫົວຂໍ້ໃຫຍ່ ຄື: ຈິດ, ເຈຕະສິກ, ຮູບ ແລະ ນິພານ ພະອະພິທໍາແບ່ງເປັນ 7 ຄໍາພີ ຄື: ສັງຄະນີ, ວິພັງຄະ, ທາຕຸກະຖາ, ປຸກຄະລະບັນຍັດ, ກະຖາວັດຖຸ, ຍະມະກະ ແລະ ປັດຖານະ ໂດຍລະອຽດ ພະອະພິທໍາມະປິດົກ ມີທັງໝົດ 42.000 ພະທໍາມະຂັນ, ໂຮມເຂົ້າກັນທັງ 3 ປີດົກ ເປັນ 84.000 ພະທໍາມະຂັນ (ແປດໝື່ນສີ່ພັນຫົວບົດ). ປັດຈຸບັນ ໄດ້ມີການຈັດພິມໄປແລ້ວບາງສ່ວນໃນເບື້ອງຕົ້ນ. ການຈັດພິມຄັ້ງນີ້ ແມ່ນໄດ້ຈັດພິມ ສະບັບອັກສອນປາລີລາວ ຈຳນວນ 1.250 ຊຸດ ແລະ ສະບັບອັກສອນລາວ ຈຳນວນ 3.750 ຊຸດ ລວມທັງສະບັບແມ່ນ 5.000 ຊຸດ. ເປີດໃຫ້ບູຊາ ຊຸດລະ 9.999.000 ກີບ, ເຊິ່ງພິທີເປີດຕົວ ຢ່າງເປັນທາງການຈະໄດ້ຈັດຂຶ້ນໃນວັນທີ 18 ທັນວາ 2024 ທີ່ລານດ້ານໜ້າຮູບປັ້ນ ເຈົ້າໄຊຍະເສດຖາທິຣາດ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໂດຍໃນພິທີຈະໄດ້ຮັບຟັງຄວາມເປັນມາ, ຄວາມໝາຍ, ຄວາມສຳຄັນ ຂອງພະໄຕປີດົກລາວ.

ທີ່ມາ: ຂປລ

Related Articles

Leave a Reply