Vientiane Times Lao
ນິວຈິບເຊັງ ມອບລົດຈັກມ້າຂາວ ຈໍານວນ 40 ຄັນ ທີ່ມີການສ້ອມແປງສໍາເລັດ

ນິວຈິບເຊັງ ມອບລົດຈັກມ້າຂາວ ຈໍານວນ 40 ຄັນ ທີ່ມີການສ້ອມແປງສໍາເລັດ

ບໍລິສັດ ນິວຈິບເຊັງ ຈຳກັດ ໄດ້ສົ່ງ-ມອບ ລົດຈັກມ້າຂາວ (ລົດຈັກວິຊາສະເພາະ) ຍີ່ຫໍ້ Honda ລຸ້ນ ST1300 ຈໍານວນ 40 ຄັນ ທີ່ມີການສ້ອມແປງສໍາເລັດ ພ້ອມນັ້ນ ຍັງຊ່ວຍຊຸກຍູ້ໝວກກັນກະທົບຈຳນວນ 100 ໜ່ວຍ ໃຫ້ແກ່ກົມໃຫຍ່ຕຳຫຼວດຈະລາຈອນ ເພື່ອກຽມພ້ອມຮັບໃຊ້ເຂົ້າໃນກອງປະຊຸມສຸດຍອດອາຊຽນທີ່ລາວເປັນເຈົ້າພາບ,

ພິທີສົ່ງ-ມອບລົດຈັກມ້າຂາວ ແລະ ຊ່ວຍຊຸກຍູ້ໝວກກັນກະທົບ ຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 16 ກໍລະກົດ 2024 ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ, ເປັນກຽດມອບໂດຍ ທ່ານ ສະເໜີ ຈຸນລະມະນີ ຮອງປະທານ ບໍລິສັດ ນິວຈິບເຊັງ ຈຳກັດ ແລະ ເປັນກຽດຮັບໂດຍ ທ່ານ ພົຈວ ປອ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກ່ອນພິທີສົ່ງ-ມອບລົດດັ່ງກ່າວ, ເຈົ້າໜ້າທີ່ກ່ຽວຂ້ອງ ຍັງໄດ້ມີການນຳເອົາລົດຈັກມ້າຂາວ ໃນຈຳນວນ 40 ຄັນ ທີ່ມີການສ້ອມແປງສໍາເລັດນັ້ນ, ໄປແລ່ນທົດລອງ ເປັນໄລຍະທາງກວ່າ 60 ກີໂລແມັດ ເພື່ອເປັນການກວດເຊັກສະພາບເຕັກນິກຂອງລົດດັ່ງກ່າວ ພ້ອມກັນນັ້ນ ກໍຍັງເປັນການຝຶກຊ້ອມຂະບວນລົດເປີດທາງໄປໃນໂຕ.

ຜ່ານການແລ່ນທົດລອງ ເຫັນວ່າໃນຈຳນວນລົດດັ່ງກ່າວ ແມ່ນຮັບປະກັນທາງດ້ານເຕັກນິກ ແລະ ມີຄວາມພ້ອມໃນການປ້ອງກັນ-ເປີດທາງ ໃຫ້ແກ່ແຂກການນຳຂັ້ນສູງ ພາຍໃນ ແລະ ພາຍນອກ ທີ່ເຂົ້າຮ່ວມກອງປະຊຸມສຸດຍອດຊຽນ ທີ່ ສປປ ລາວ ຈະໄດ້ເປັນເຈົ້າພາບ ໃນທ້າຍປີ 2024 ນີ້.

ທີ່ມາ: ກົມໃຫຍ່ຕຳຫຼວດຈະລາຈອນ

Related Articles

Leave a Reply