ມາຮອດປັດຈຸບັນຜະລິດຕະພັນການທ່ອງທ່ຽວດ້ານຊີວະນາໆພັນຂອງ ສະຖານທີ່ທ່ອງທ່ຽວນ້ຳກັດຢໍລະປ່າ ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວດ້ານການຄົ້ນຄວ້າຈາກຕ່າງປະເທດເປັນຈໍານວນຫຼາຍ ຊຶ່ງມີຊີວະນາໆພັນຫຼາຍກວ່າ 1.000 ລາຍການ.
ທ່ານ ສົມເພັດ ມ້າວປະເສີດ, ປະທານບໍລິສັດແຟເຊັດ ພັດທະ ນາແຫຼ່ງທ່ອງທ່ຽວທໍາມະຊາດ ນໍ້າກັດຢໍລະປ່າ ກ່າວວ່າ: ມາຮອດປັດຈຸບັນສາມາດສຶກສາຊີວະນາໆພັນໄດ້ຫຼາຍກວ່າ 1.000 ລາຍການ ໂດຍແບ່ງອອກເປັນ 4 ພາກສ່ວນຄື: ແມງໄມ້ ແລະ ແມງກະເບື້ອ, ນົກ, ສັດເລືອຄານເຄີ່ງບົກເຄີ່ງນໍ້າ ແລະ ດອກໄມ້. ພົ້ນເດັ່ນແມ່ນການຄົ້ນພົບສາຍພັນແມງໄມ້ 8 ສາຍພັນ ແຕ່ຢູ່ໃນພິພິດທະພັນມີ 2 ສາຍພັນ ໂດຍຈະໄດ້ຕັ້ງຊື່ທີ່ເປັນເອກະລັກສະເພາະຂອງແຕ່ລະສາຍພັນ. ພາຍຫຼັງເປີດໃຫ້ບໍລິການຜະລິດຕະພັນນີ້ເຫັນວ່າໄດ້ຮັບການຕອບຮັບຈາກນັກທ່ອງທ່ຽວດ້ານການຄົ້ນຄວ້າຈາກຕ່າງປະເທດເປັນຈໍານວນຫຼາຍ ຊື່ງຄາດ ວ່າການສຶກສາດ້ານຊີວະນາໆພັນຈະເປັນອີກໜື່ງທ່າແຮງຫຼັກດ້ານການທ່ອງທ່ຽວຂອງລາວໃນອະນາຄົດ ເນື່ອງຈາກຊີວະນາໆພັນທີ່ໄດ້ສຶກສາຄົ້ນຄ້ວາແມ່ນພົບເຫັນໄດ້ໃນເຂດສະຫງວນຂອງນໍ້າກັດຢໍລະປ່າ ໂດຍສາມາດເບີ່ງໄດ້ຕາມລະດູການເທົ່ານັ້ນ.
ແຫຼ່ງຂໍ້ມູນ: ຈັນທະສອນ ສີຫານາດ