Vientiane Times Lao
ນ້ຳເທີນ 2 ມອບອາກອນລາຍໄດ້ຂອງໄຕມາດທຳອິດ ປີ 2024 ລ່ວງໜ້າ ມູນຄ່າ 3.880.145 ໂດລາສະຫະລັດ ໃຫ້ແກ່ລັດຖະບານລາວ

ນ້ຳເທີນ 2 ມອບອາກອນລາຍໄດ້ຂອງໄຕມາດທຳອິດ ປີ 2024 ລ່ວງໜ້າ ມູນຄ່າ 3.880.145 ໂດລາສະຫະລັດ ໃຫ້ແກ່ລັດຖະບານລາວ

ບໍລິສັດໄຟຟ້າ ນ້ຳເທີນ 2 ໄດ້ມອບອາກອນລາຍໄດ້ຂອງໄຕມາດທຳອິດ ປີ 2024 ລ່ວງໜ້າ ມູນຄ່າ 3.880.145 ໂດລາສະຫະລັດ ເພື່ອເປັນການກະຕຸ້ນ, ຊຸກຍູ້ທາງດ້ານການເງິນໃຫ້ແກ່ລັດຖະບານລາວ ທີ່ພວມຜະເຊີນໜ້າກັບສິ່ງທ້າທາຍຕ່າງໆໃນເສດຖະກິດ,ພ້ອມທັງ ໄດ້ມອບອາກອນລາຍໄດ້ປີ 2023 ຈາກການຜະລິດໄຟຟ້າໃນປີ 2023 ລວມມູນຄ່າ 15.179.362 ໂດລາສະຫະລັດ ໃຫ້ແກ່ລັດຖະບານລາວ.

ພິທີມອບ-ຮັບອາກອນລາຍໄດ້ ດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 28 ພຶດສະພາ 2024 ຜ່ານມານີ້ ໂດຍຕາງໜ້າມອບຂອງ ທ່ານ ມາກ ອອງຕວນ ຣຸບ ຜູ້ອຳນວຍການໃຫຍ່ບໍລິສັດ ໄຟຟ້າ ນ້ຳເທີນ 2 ແລະ ຕາງໜ້າລັດຖະບານຮັບໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ທ່ານ ມາກ ອອງຕວນ ຣຸບ ໄດ້ກ່າວໃຫ້ຮູ້ວ່າ: ການມອບ-ຮັບ ໃນຄັ້ງນີ້ ແມ່ນຄັ້ງທຳອິດລະຫວ່າງ ແຂວງຄຳມ່ວນ ແລະ ນ້ຳເທີນ 2 ຕະຫຼອດໄລຍະສັນຍາສຳປະທານ 25 ປີ (ປີ 2010- 2035) ຄາດວ່າ ນ້ຳເທີນ 2 ຈະປະກອບສ່ວນໃຫ້ແກ່ ລັດຖະບານລາວ ລວມມູນຄ່າປະມານ 2 ຕື້ໂດລາສະຫະລັດ ໂດຍມາຈາກພັນທະອາກອນ, ຄ່າພາກຫຼວງ ແລະ ຄ່າປັນຜົນແກ່ຜູ້ຖືຮຸ້ນຝ່າຍລາວ.

ບັນດາອາກອນ, ພັນທະ ແລະ ຄ່າພາກຫຼວງ ໄດ້ຖືກປະຕິບັດພາຍໃຕ້ຄວາມມຸ່ງໝັ້ນຂອງ ນ້ຳເທີນ 2 ໃນການເພີ່ມລາຍຮັບແກ່ ລັດຖະບານລາວ ເນື່ອງຈາກບໍລິສັດ ໄດ້ສຳເລັດການຊຳລະພັນທະຂອງເງິນກູ້ຢືມທັງໝົດແລ້ວ, ນ້ຳເທີນ 2 ຈະສືບຕໍ່ຊຸກຍູ້ຄວາມຕັ້ງໃຈ ຂອງລັດຖະບານ ທີ່ຈະພັດທະນາປະເທດຊາດ ເຊິ່ງມີພະລັງງານໄຟຟ້າ 20% ນອນໃນການສົ່ງອອກທັງໝົດຂອງປະເທດ.

ບໍລິສັດ ໄຟຟ້າ ນ້ຳເທີນ 2 ຖືກສ້າງຕັ້ງຂຶ້ນໂດຍ ລັດຖະບານລາວ ແລະ ບັນດາຜູ້ຖືຮຸ້ນເອກະຊົນ ໃນນາມໂຄງການ ໄຟຟ້ານ້ຳຕົກ ນ້ຳເທີນ 2 ເພື່ອກໍ່ສ້າງ ແລະ ດຳເນີນງານໂຄງການເປັນໄລຍະເວລາ 25 ປີ. ນ້ຳເທີນ 2 ມຸ່ງໝັ້ນໃນການເປັນໂຄງການຜະລິດໄຟຟ້ານ້ຳຕົກ ລະດັບໂລກ ພ້ອມທັງປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ທີ່ອາໄສຢູ່ໃນເຂດໂຄງການ. ພາລະກິດຂອງພວກເຮົາແມ່ນການຜະລິດພະລັງງານໄຟຟ້າ ທີ່ສາມາດໄວ້ວາງໃຈໄດ້ ແລະ ໃນຮູບແບບທີ່ຍືນຍົງ, ປະກອບສ່ວນຕໍ່ການພັດທະນາຂອງ ສປປ ລາວ ແລະ ສ້າງບົດຮຽນທີ່ເປັນບ່ອນອີງໃຫ້ແກ່ອຸດສາຫະກຳພະລັງງານໄຟຟ້ານ້ຳຕົກ.

ຂ່າວຈາກ: ວສລ

Related Articles

Leave a Reply