ພະນັກງານ ວິຊາການ ນໍ້າປະປາ ປະຈຳ ເມືອງໄຊເຊດຖາ ຂອງລັດວິສາຫະກິດ ນໍ້າປະປານະຄອນຫຼວງວຽງຈັນ ໄດ້ແຈ້ງໃຫ້ປະຊາຊົນວ່າ: ພວກເຮົາມີລົດບໍລິ ການສົ່ງນໍ້າ ໂທເຂົ້າໜ່ວຍ ບໍລິການ 1169 ຢູ່ໂພນເຄັງ ພາຍຫຼັງໂຮງງານຜະລິດ ນໍ້າປະປາດົງໝາກຄາຍ ບໍ່ສາມາດຜະລິດນໍ້າປະປາພຽງພໍຕາມຄວາມອາດສາ ມາດຂອງໂຮງງານໄດ້ ຍ້ອນວ່າສະພາບນໍ້າງື່ມໄດ້ແຫ້ງລົງຜິດປົກກະຕິ, ນັບ ແຕ່ວັນທີ 20 ຕຸລາ ເປັນຕົ້ນມາ.
ສາເຫດດັ່ງກ່າວ ຈຶ່ງເຮັດໃຫ້ຫຼາຍເຂດ ຢູ່ນະຄອນຫຼວງວຽງຈັນ ໄດ້ຮັບຜົນກະທົບ ຈາກນໍ້າປະປາບໍ່ມາ ຫຼື ມາກໍ່ບໍ່ພໍໃຊ້ ໂດຍສະເພາະ ຢູ່ເຂດເມືອງ ໄຊທານີ, ໄຊເຊດຖາ ແລະ ຈັນທະບູລີ.
ນໍ້າງື່ມໄດ້ແຫ້ງລົງຜິດປົກກະຕິ ແລະ ຫຼຸດຈາກທໍ່ດູດນໍ້າ ຈົນເຮັດໃຫ້ຈັກດູດນໍ້າ ຂອງໂຮງງານນໍ້າປະປາຢູ່ທ່າງ່ອນ ບ້ານ ພູຄຳ ເມືອງ ໄຊທານີ ບໍ່ສາມາດສູບນໍ້າ ສົ່ງຕໍ່ໄປໃຫ້ໂຮງງານຜະລິດນໍ້າປະປາດົງໝາກຄາຍໄດ້.
ປະຈຸບັນ ທາງບໍລິສັດນໍ້າປະປານະຄອນຫຼວງໄດ້ເລັ່ງແກ້ໄຂ ແລະ ຄາດວ່າຈະຕິດຕັ້ງ ຈັກສູບນໍ້າໃຫ້ສຳເລັດ ພາຍໃນ 3 ວັນຂ້າງໜ້ານີ້ ເພື່ອຮັບປະກັນໃນການຊົມໃຊ້ນໍ້າ ໄດ້ຢ່າງພຽງພໍ.
ການບົກແຫ້ງລົງຂອງນໍ້າງື່ມນີ້ ເກີດຈາກໄພທຳມະຊາດ ກໍ່ຄືສະພາບຝົນຕົກ ຂາດໄລຍະ ແລະ ປະຈຸບັນ ການຊົມໃຊ້ນໍ້າປະປາຢູ່ນະຄອນຫຼວງວຽງຈັນມີຫຼາຍ ກ່ວາ 2 ແສນແມັດກ້ອນຕໍ່ມື້, ເຊິ່ງໂຮງງານນໍ້າປະປາຢູ່ນະຄອນຫຼວງວຽງຈັນມີພຽງ 7 ແຫ່ງ, ພອ້ມນັ້ນຈັກສູບນໍ້າບາງໂຮງງານກໍ່ເປ່ເພ ຈຶ່ງເຮັດໃຫ້ການຜະລິດນໍ້າ ປະປາບໍ່ທ່ວງທັນ. ສາຍເຫດດັ່ງກ່າວ ຈຶ່ງຮຽກຮ້ອງໃຫ້ສັງຄົມໃຊ້ນໍ້າຢ່າງປະຫຍັດ ພອ້ມທັງກຽມພາຊະນະເພື່ອໂຕ່ງນໍ້າໄວ້ໃຊ້ໃນໄລຍະນີ້.
ຂ່າວ: ບົວຜັນ
ພາບ: ລັດວິສະຫະກິດນ້ຳປະປາລາວ