ເກົາຫຼີເໜືອ ສືບຕໍ່ເລືອກສະໜາມກິລາແຫ່ງຊາດ ຫຼັກ16 ນະຄອນຫຼວງວຽງຈັນ ສປປ ລາວ ເປັນເຈົ້າພາບ ບານໂລກ 2026 ຮອບຄັດເລືອກ 1 ນັດ ຮອບທີ 3 ພົບກັບ ກາຕ້າ ຂົງເຂດອາຊີ ກຸ່ມ A ຈາກການຢືນຢັນຂອງສະຫະພັນບານເຕະອາຊີ ຫຼື AFC, ຊຶ່ງການແຂ່ງຂັນ ຈະຈັດຂຶ້ນໃນວັນທີ 10 ກັນຍາ 2024 ເວລາ 19:00 ຕາມເວລາປະເທດລາວ.
ສ່ວນອີກ 4 ນັດ ທີ່ ເກົາຫຼີເໜືອ ຈະພົບກັບ ອີຣານ ວັນທີ 14 ພະຈິກ 2024, ພົບກັບ ອຸສເບກິສຖານ ວັນທີ 19 ພະຈິກ 2024, ສະຫະລັດ ອາຣັບ ເອມີເຣດ ວັນທີ 25 ມີນາ 2025 ແລະ ພົບກັບ ກີກິສຖານ ວັນທີ 5 ມິຖຸນາ 2025 ຍັງບໍ່ໄດ້ແຈ້ງສະຖານທີ່ຈັດການແຂ່ງຂັນ.
ການແຂ່ງຂັນບານໂລກ 2026 ຈະຈັດຂຶ້ນຢູ່ທີ່ທະວີບອາເມລິກາເໜືອ ຊຶ່ງຈະມີເຈົ້າພາບທັງໝົດ 3 ປະເທດໄດ້ແກ່: ສະຫະລັດອາເມລິກາ, ການາດາ ແລະ ແມັກຊິໂກ ຊຶ່ງເປັນຄັ້ງທຳອິດຂອງບານໂລກ ທີ່ມີເຈົ້າພາບຮ່ວມເຖິງ 3 ປະເທດ ການແຂ່ງຂັນບານໂລກ 2026 ທີມທີ່ໄດ້ເຂົ້າມາແຂ່ງຂັນໃນຮອບສຸດທ້າຍ ຈະຖືກເພີ່ມເປັນ 48 ທີມ ອີກດ້ວຍ.
ທີ່ມາ: ຂ່າວກິລາ Lao National TV