Vientiane Times Lao
ບຶງໜອງເທົາ ແລະ ຖ້ຳປາເຊືອມ ຈະເປີດບໍລິການໃນກາງປີນີ້

ບຶງໜອງເທົາ ແລະ ຖ້ຳປາເຊືອມ ຈະເປີດບໍລິການໃນກາງປີນີ້

ບຶງໝອງເທົາ ແລະ ຖ້ຳປາເຊືອມ ເປັນແຫຼ່ງທ່ອງທ່ຽວ ທີ່ອຸດົມສົມບູນໄປດ້ວຍທຳມະຊາດ ສວຍສົດງົດງາມ ຕັ້ງຢູ່ບ້ານ ນາຂ້າງຊ້າງ ຢູ່ບໍ່ໄກຈາກເທສະບານ ເມືອງທ່າແຂກ ແຂວງຄໍາມ່ວນ ອອກໄປທາງທິດຕາເວັນອອກ ປະມານ 17 ກິໂລແມັດ, ຊຶ່ງສະຖານທີ່ທ່ອງທ່ຽວ ດັ່ງກ່າວນີ້ ຈະເປີດບໍລິການໃນກາງປີນີ້ ໂດຍແມ່ນບໍລິສັດ ເພັດມະນີ ເຄພີຊີ ຈຳກັດຜູ້ດຽວ ເປັນຜູ້ສໍາປະທານ.

ແຫຼ່ງທ່ອງທ່ຽວແຫ່ງນີ້ ແມ່ນມີຫຼາຍກິດຈະກຳ ເພື່ອຕ້ອນຮັບນັກທ່ອງທ່ຽວພາຍໃນ ແລະ ຕ່າງ ປະເທດ ເປັນຕົ້ນ: ກິດຈະກຳ ຂີ່ເຮືອ, ຍ່າງປ່າ, ຍ່າງຂົວທ່ຽວຊົມພາຍໃນຖໍ້າ ທີ່ມີຫີນງອກ ຫີນຍ້ອຍ ມີຄວາມສວຍງາມຢ່າງໜ້າຕື່ນຕາຕື່ນໃຈ ແລະ ມີກິດຈະກຳອື່ນໆອີກ.

ຂໍ້ມູນ: khammouane News

Related Articles

Leave a Reply