Vientiane Times Lao
ບຸນດອກງິ້ວບານ ເປັນວັນບຸນໃຫຍ່ທີ່ມີເອກະລັກສະເພາະຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ

ບຸນດອກງິ້ວບານ ເປັນວັນບຸນໃຫຍ່ທີ່ມີເອກະລັກສະເພາະຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ

ເທດສະການດອກງິ້ວບານ ຫຼື ບຸນດອກງິ້ວບານ ຄັ້ງທີ 22 ປະຈໍາປີ 2025 ໄດ້ເປີດຢ່າງເປັນທາງການ ໃນວັນທີ 1 ກຸມພາ 2025 ທີ່ຜ່ານມານີ້ ຢູ່ດອນຊາວ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍມີ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ ພ້ອມດ້ວຍອະດີດການນໍາ, ເຈົ້າແຂວງ-ຮອງເຈົ້າແຂວງໃກ້ຄຽງ, ແຂກຖືກເຊີນຈາກສູນກາງ, ທ້ອງຖິ່ນ ແລະ ຕ່າງປະເທດ ເຂົ້າຮ່ວມ.

 ທ່ານ ເກົາຫຼົງ ຮອງປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ກ່າວໃນພິທີວ່າ: ບຸນດອກງິ້ວບານ ເປັນວັນບຸນໃຫຍ່ທີ່ມີເອກະລັກສະເພາະຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ ຊຶ່ງບໍ່ພຽງແຕ່ແມ່ນຊ່ອງທາງເພື່ອສະແດງໃຫ້ເຫັນຮີດຄອງປະເພນີ ທີ່ເປັນເອກະລັກສະເພາະຂອງ ສປປ ລາວ ແລະ ອິນດູຈີນ, ແຕ່ຍັງແມ່ນໂອກາດສຳຄັນເພື່ອຊຸກຍູ້ການແລກປ່ຽນວັດທະນະທຳ ມິດຕະພາບຢ່າງເລິກເຊິ່ງ, ຊຸກຍູ້ການພັດທະນາການທ່ອງທ່ຽວ ແລະ ການຄ້າ. ປີນີ້ເປັນປີຄົບຮອບ 18 ປີ ແຫ່ງການສ້າງຕັ້ງເຂດເສດຖະກິດພິເສດສາມຫຼ່ຽມຄຳ ຊຶ່ງພື້ນຖານໂຄງລ່າງຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ຮັບການປັບປຸງສະໜາມບິນ, ໂຮງແຮມ 5 ດາວ ແລະ ຫ້ອງການດ່ານສາກົນໄດ້ເປີດນໍາໃຊ້ເປັນທາງການ. ຜົນສຳເລັດທັງໝົດລ້ວນແຕ່ໄດ້ຮັບການສະໜັບສະໜູນຈາກລັດຖະບານລາວ ແລະ ການນຳທຸກຂັ້ນ ໂດຍສະເພາະແມ່ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ ລາວ-ຈີນ ທີ່ນັບມື້ແໜ້ນແຟ້ນ, ພວກເຮົາເຊື່ອໝັ້ນວ່າພາຍໃຕ້ຂໍ້ລິເລີ່ມ “ຄູ່ຮ່ວມຊາຕາກຳຂອງມວນມະນຸດ” ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງລັດຖະບານລາວ.

ທ່ານ ເກົາຫຼົງ ກ່າວຕື່ມວ່າ: ໃນອະນາຄົດພວກເຮົາຈະສືບຕໍ່ຢຶດໝັ້ນແນວທາງພັດທະນາການທ່ອງທ່ຽວ ກະສິກຳ, ການຂົນສົ່ງ, ການຄ້າ ແລະ ອຸດສາຫະກຳເບົາ, ຍົກລະດັບ ແລະ ພັດທະນາພື້ນຖານໂຄງລ່າງການດຳລົງຊີວິດ, ຕົວເມືອງ ແລະ ພື້ນຖານອຸດສາຫະກຳ ຊຶ່ງພວກເຮົາເຊື່ອວ່າຜ່ານຄວາມພະຍາຍາມ ແລະ ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ ແລະ ຕໍ່ເນື່ອງ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຈະກາຍເປັນໄຂ່ມຸກທີ່ເຫຼື້ອມໃສໃນແຫຼມອິນດູຈີນ, ສ້າງຄວາມປະທັບໃຈ ແລະ ຄວາມຕື່ນເຕັ້ນໃຫ້ນັກທ່ອງທ່ຽວຈາກທົ່ວທຸກມຸມໂລກ.

ເທດສະການດອກງິ້ວບານ ຄັ້ງທີ 22 ປະຈໍາປີ 2025 ຈັດຂຶ້ນເພື່ອສົ່ງເສີມ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນ ກໍຄືຂອງຊາດ ແນໃສ່ສົ່ງເສີມການທ່ອງທ່ຽວທໍາມະຊາດຂອງດອນຊາວ ຕິດພັນກັບການບໍລິການ ແລະ ການທ່ອງທ່ຽວຄົບວົງຈອນຢູ່ເຂດເສດຖະກິດສາມຫຼ່ຽມຄໍາ ແລະ ເພື່ອເຊີນຊວນມວນຊົນຈາກທຸກແຫ່ງຫົນເຂົ້າມາທ່ຽວຊົມ. ນອກນີ້, ຍັງເປັນການຊຸກຍູ້ສົ່ງເສີມການລົງທຶນ ຕະຫຼາດນັດ ແລກປ່ຽນສິນຄ້າ ແລະ ເສີມຂະຫຍາຍຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ຊຶ່ງພາຍໃນງານປະກອບມີກິດຈະກໍາທີ່ໜ້າສົນໃຈ ເປັນຕົ້ນການຄັດເລືອກນາງສາວດອກງິ້ວບານ ປະຈໍາປີ 2025, ການສະແດງສິລະປະ -ວັນນະຄະດີ, ຕະຫຼາດນັດວັດທະນະທໍາ (ຕະຫຼາດນໍ້າ), ການແຂ່ງຂັນກິລາກັອຟຊີງຖ້ວຍລາງວັນດອກງິ້ວຄໍາ ຄັ້ງທີ 2, ວາງສະແດງ ແລະ ຈໍາໜ່າຍສິນຄ້າ, ສະແດງຈູດບັ້ງໄຟດອກ, ປ່ອຍໂຄມໄຟ ແລະ ກິດຈະກໍາທີ່ໜ້າສົນໃຈອື່ນໆອີກ.

ຂ່າວ: ເຂດເສດຖະກິດພິເສດສາມຫຼ່ຽມຄຳ

Related Articles

Leave a Reply