Vientiane Times Lao
ບຸນນະມັດສະການຜາສາດຫີນວັດພູຈໍາປາສັກ ຈະຈັດຂຶ້ນຕົ້ນເດືອນກຸມພາ ນີ້

ບຸນນະມັດສະການຜາສາດຫີນວັດພູຈໍາປາສັກ ຈະຈັດຂຶ້ນຕົ້ນເດືອນກຸມພາ ນີ້

ອົງການປົກຄອງແຂວງຈໍາປາສັກ ຈະຈັດງານບຸນນະມັດສະການຜາສາດຫີນວັດພູຈໍາປາສັກ ປະຈໍາປີ 2025 ​ໃນລະຫວ່າງ​ວັນ​ທີ 10-12 ກຸມພາ 2025 ຊຶ່ງຈະມີຫຼາຍກິດຈະກຳທາງດ້ານ​ວັດທະນະທຳ ແລະ ຮີດຄອງປະເພນີລາວ ທີ່ໜ້າສົນໃຈ.

ສໍາລັບ ກິດຈະກຳງານ​ບຸນ​ປະ​ເພນີນີ້ ແມ່ນຈັດແບບທຸກໆປີ ທາງດ້ານ​ວັດທະນະທຳ ການ​ຕັກບາດ​ຖວາຍ​ສັງຂະ​ທານ, ແຫ່ຜາສາດເຜີ້ງການວຽນທຽນ, ພິທີທາງສາດສະໜາ ແລະ ອື່ນໆ ອີກ ຕາມຮີດຄອງປະເພນີ ອັນດີງາມ ທີ່ມີເອກະລັກໂດດເດັ່ນຂອງລາວ, ​ພ້ອມນັ້ນ ຍັງມີວາງສະ​ແດງຂາຍ​ສິນຄ້າ, ສະແດງສີລະປະ-ວັນນະຄະດີ ແລະ ອື່ນໆ ​ອີກ​ດ້ວຍ​ ​ເພື່ອສ້າງ​ໃຫ້​ມີ​ບັນຍາກາດຄຶກຄື້ນ ພາຍໃນງານບຸນປີນີ້.

ຜາສາດຫີນວັດພູຈໍາປາສັກ ໄດ້ຖືກຮັບຮອງເປັນມໍລະດົກໂລກ ໂດຍອົງການອຸຍແນສໂກ ໃນວັນທີ 16 ທັນວາ 2001 ຊຶ່ງຕັ້ງຢູ່ທິດຕາເວັນຕົກສ່ຽງໃຕ້ ຂອງເມືອງຈຳປາສັກ ແຂວງຈໍາປາສັກ ກົງກັບຝັ່ງຂວາຂອງແມ່ນໍ້າຂອງ ຢູ່ເຂດບ້ານເປີ້ນພູເກົ້າ ບ້ານໜອງສະ ຫ່າງຈາກຕົວເມືອງປາກເຊປະມານ 46 ກິໂລແມັດ ກໍ່ຈະຮອດວັດພູ.

ວັດພູ ເປັນບູຮານສະຖານທີ່ໄດ້ອິດທິພົນ ທາງດ້ານວັດທະນະທໍາ ແລະແນວຄິດ ມາຈາກຫຼາຍແຫ່ງ ຊຶ່ງລວມມີສິລະປະຂອມ, ອິນດູ ແລະ ພຸດ ຕາມຮ່ອງຮອຍຫຼັກຖານທີ່ສະແດງໃຫ້ເຫັນ ໃນລວດລາຍສິລະປະຕາມສະຖານທີ່ຕ່າງໆ ໃນຂົງເຂດວັດແຫ່ງນີ້ ບໍ່ວ່າຈະເປັນຮິດ-ຄອງ ຫຼື ການເຊື່ອຖື.

Related Articles

Leave a Reply