ງານບຸນນະມັດສະການພຣະທາດໂພ່ນປີນີ້ ແມ່ນໄດ້ເປີດຂຶ້ນຢ່າງເປັນທາງການ ແລະ ຄົບງັນຕາມປະເພນີ ເພື່ອເປັນການອານຸລັກຮັກສາໄວ້ປະເພນີ ອັນດີງາມຂອງຊາດ ເຊີ່ງເລີ່ມແຕ່ວັນທີ 4–8 ກຸມພາ.
ທ່ານ ຄຳວິໄສ ຜຸຍຍະວົງ ເຈົ້າເມືອງໄຊພູທອງ ໄດ້ກ່າວເປີດງານບຸນນະມັດສະການພຣະທາດໂພ່ນ ວ່າ: ອົງພຣະທາດໂພ່ນເປັນປູຊະນີຍະສະຖານທີ່ລໍ້າຄ່າ ແລະ ເປັນພຣະທາດອົງສັກສິດຄູ່ບ້ານຄູ່ເມືອງ ຂອງພວກເຮົາແຕ່ບູຮານນະການ ແຕ່ອະດີດຈົນເຖິງທຸກວັນນີ້ ເຊິ່ງຕາມຕຳນານໄດ້ກ່າວວ່າ: ພຣະທາດອົງນີ້ໄດ້ສ້າງໃນວັນພຸດເດືອນ 12 ພສ 118 ລົງມືສ້າງຕອນຄໍ່າສ້າງດ້ວຍກ້ອນຫີນເຂົ້າຈີ່ (ຫີນໜາມໜໍ່) ເປັນທາດອຸບມຸງ (ຄ້າຍຄືຮູບໂອຂວໍ້າ).
ມາຮອດປະຈຸບັນມີອາຍຸ 2500 ກວ່າປີ ເຊິ່ງໃນແຕ່ລະປີຂອງເດືອນ 3 ເພັງ ປະຊາຊົນພາຍໃນທ້ອງຖິ່ນ ກໍ່ຄືຊາວພຸດທີ່ມີຄວາມເຫຼື້ອມໃສສັດທາ ໄດ້ພ້ອມພຽງກັນຈັດງານບຸນນະມັດສະການພຣະທາດໂພ່ນອົງສັດສິດແຫ່ງນີ້ຕະຫຼອດມາ ເພື່ອເປັນການອານຸລັກຮັກສາໄວ້ປະເພນີອັນດີງາມຂອງຊາດ ກໍ່ຄືຂອງທ້ອງຖິ່ນໃຫ້ຍັງຄົງຢູ່ຄູ່ກັບພວກເຮົາຕະຫຼອດໄປ. ດັ່ງນັ້ນ ອຳນາດການປົກຄອງເມືອງໄຊພູທອງຈຶ່ງໄດ້ຮ່ວມໃຈກັບປະຊາຊົນພີ່ນ້ອງຊາວພຸດທັງໃກ້ແລະໄກທຸກທົ່ວໜ້າພ້ອມກັນຈັດງານບຸນນະມັດສະການພຣະທາດໂພ່ນປະຈໍາປີ 2020 ຂຶ້ນທັງເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳອີກດ້ວຍ.
ໃນພິທີດັ່ງກ່າວ ການນຳ ແລະ ແຂກທີ່ເຂົ້າ ຮ່ວມເປີດງານດັ່ງກ່າວ ກໍ່ໄດ້ພ້ອມກັນລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໃຫ້ແກ່ງານໃນຄັ້ງນີ້ອີກດ້ວຍ. ຈາກນັ້ນ ຍັງໄດ້ຮັບຊົມການສະແດງສິລະປະວັນນະຄະດີຈາກ 8 ກຸ່ມບ້ານຂອງເມືອງໄຊພູທອງ, ການປະກວດສິລະປະວັນນະຄະດີຂອງນ້ອງນັກຮຽນ ແລະ ມີການປະກວດແຫ່ຜາສາດເຜິ້ງປະຈໍາປີຂອງແຕ່ລະກຸ່ມບ້ານ, ພ້ອມທັງໄດ້ທ່ຽວຊົມຫ້າງຮ້ານວາງຈຳໜ່າຍສິນຄ້າກະສິກໍາ ແລະ ຫັດຖະກໍາຂອງຊາວບ້ານພາຍໃນເມືອງ ແລະ ເມືອງອ້ອມຂ້າງ ແລະ ກິດຈະກໍາອື່ນໆ.
ຂ່າວ: ວຽງຈັນທາຍ
ພາບ: ນັກຂ່າວແຂວງສະຫວັນນະເຂດ