Vientiane Times Lao
ບຸນນະມັດສະການພະທາດປວກຢູ່ ເມືອງຄອບ ຕິດພັນກັບການເປີດປີທ່ອງທ່ຽວລາວ 2024

ບຸນນະມັດສະການພະທາດປວກຢູ່ ເມືອງຄອບ ຕິດພັນກັບການເປີດປີທ່ອງທ່ຽວລາວ 2024

ອົງການປົກຄອງເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດງານບຸນນະມັດສະການພະທາດປວກ ຕິດພັນກັບການເປີດປີທ່ອງທ່ຽວລາວ ປະຈໍາປີ 2024 ຂອງເມືອງ ເມື່ອມໍ່ໆມານີ້ ໂດຍການເຂົ້າຮ່ວມຂອງ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ.

ພາຍໃນງານມີພິທີທາງສາສະໜາ, ຂະບວນແຫ່ກ້ອນກໍາລັງ, ການສະແດງສິລະປະ-ວັນນະຄະດີ, ປະກວດນາງສາວງາມ, ປະກວດອາຫານພື້ນບ້ານ ແລະ ການວາງສະແດງສິນຄ້າ.

ປະຫວັດຂອງພະທາດປວກຕາມຕໍານານກ່າວໄວ້ວ່າ: ມີນົກອິນຊີສອງຜົວເມຍໄດ້ຄາບກະດູກຂອງພະເຈົ້າອົງໜຶ່ງມາແຕ່ເມືອງລານັນທາ ປະເທດອິນເດຍ ມາຈັບຢູ່ຕົ້ນໂພ ບ່ອນທາດປວກຕັ້ງຢູ່ປະຈຸບັນ ແລະ ວາງກະດູກໄວ້ເທິງຕົ້ນໂພນັ້ນ ແລ້ວພາກັນໄປກິນນໍ້າຢູ່ໜອງເທົາ ເມື່ອກັບມາຫາຕົ້ນໂພແລ້ວບໍ່ເຫັນກະດູກ ດັ່ງນັ້ນນົກອິນຊີສອງຜົວເມຍ ຈຶ່ງເຊີນເອົານົກຕ່າງໆນັບໝື່ນໂຕມາຊອກຊ່ວຍແຕ່ບໍ່ເຫັນ.

ຂະນະນັ້ນ ມີນາຍພານຄົນໜຶ່ງ ໄປລ່າສັດຢູ່ບໍລິເວນນັ້ນ ເຫັນປວກຈໍານວນຫຼວງຫຼາຍ ພາກັນຂົນດິນມາເຮັດຈອມປວກ ແລະ ເຫັນກະດູກອັນໜຶ່ງທີ່ປວກກໍາລັງຂົນດິນມາຖົມ ເມື່ອເຫັນເຫດການຄືແນວນັ້ນ ນາຍພານຄົນນັ້ນຈຶ່ງໄປລາຍງານເຫດການປະຫຼາດນັ້ນຕໍ່ເຈົ້າເມືອງຢູ່ບ້ານດົງຖໍ້າທອງ ເຊິ່ງແມ່ນບ້ານມ່ວງໃນປະຈຸບັນ ຈາກນັ້ນພະຍາຈຶ່ງແຕ່ງອາມາດ 3 ຄົນໄປເບີ່ງ ກໍເຫັນປວກພວມຂົນດິນມາເຮັດຈອມປວກສູງພຽງແອວ.

ເມື່ອເຫັນເຫດການຄືແນວນັ້ນ ອາມາດທັງ 3 ກໍກັບເມືອລາຍງານຕໍ່ເຈົ້າເມືອງ ແລະ ເຈົ້າເມືອງຈຶ່ງໄດ້ນໍາພາບ່າວໄພ່ ລາຊະດອນເມືອງຂອມໄຂ ເຊິ່ງແມ່ນເມືອງຄອບໃນປະຈຸບັນ ໄປກໍ່ທາດກວມຈອມປວກນັ້ນ ແລະ ໄດ້ເອົາແກ້ວ, ແຫວນ, ເງິນ, ຄໍາ, ເຄື່ອງຂອງມີຄ່າບັນຈຸໄວ້ໃນທາດນັ້ນ ໃນປີ 1536 ເຊິ່ງກໍ່ດ້ວຍດິນຈີ ແລະ ປູນຂາວ ຂະໜາດກວ້າງ 4 ວາ ສູງ 2 ວາເຄິ່ງ.

ໃນປີ 1920 ຊາວເມືອງຄອບ ໄດ້ປະຕິສັງຂອນພະທາດປວກໃຫ້ມີຄວາມສວຍງາມ ແລະ ໃຫ່ຍກວ່າເກົ່າ ເຊິ່ງມີລວງກວ້າງ 12 ແມັດ, ສູງ 14,90 ແມັດ ໂດຍຖືເອົາທາດອົງນີ້ ເປັນທາດຫຼັກເມືອງ .ແຫຼ່ງຂ່າວ: ເມືອງຄອບ

Related Articles

Leave a Reply