Vientiane Times Lao
 ບຸນນະມັດສະການພະທາດມາຫຼ້າ ເມືອງທຸລະຄົມ ຈະຈັດໃນລະຫວ່າງ10-12 ກຸມພານີ້

 ບຸນນະມັດສະການພະທາດມາຫຼ້າ ເມືອງທຸລະຄົມ ຈະຈັດໃນລະຫວ່າງ10-12 ກຸມພານີ້

ງານບຸນນະມັດສະການພະທາດມາຫລ້າ ປະຈໍາປີ 2025 ຂອງເມືອງທຸລະຄົມ ແຂວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 10-12 ກຸມພາ 2025 ນີ້.

ງານບຸນດັ່ງກ່າວ ແມ່ນເນັ້ນໃສ່ອະນຸລັກຮັກສາ, ສົ່ງເສີມວັດທະນະທໍາ, ຮີດຄອງປະເພນີ ຮັກສາໄວ້ມູນເຊື້ອວັດທະນະທໍາ-ຮີດຄອງປະເພນີ ອັນເປັນເອກະລັກຂອງເມືອງທຸລະຄົມ ກໍຄືແຂວງວຽງຈັນ ທີ່ມີມາແຕ່ດົນນານ ເປັນຕົ້ນ: ຂະບວນແຫ່ຜາສາດເຜິ້ງ, ແຫ່ຊ້າງ, ແຫ່ມ້າ ແລະ ອື່ນໆ, ພ້ອມນັ້ນ ກໍຍັງເປັນການໂຄສະນາການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວ ສປປ ລາວ ກໍຄືແຂວງວຽງຈັນ ໃຫ້ຫຼາຍຂຶ້ນ.

ນອກຈາກນັ້ນ, ພາຍໃນງານບຸນ ຈະມີຕະຫຼາດນັດຂາຍສິນຄ້າ ປະເພດເຄື່ອງອຸປະໂພກ, ບໍລິໂພກ, ອາຫານພື້ນບ້ານ (ເຂົ້າຫຼາມ, ປີ້ງໄກ່), ສິນຄ້າກະສິກໍາ-ຫັດຖະກໍາ, ໂອດັອບ ແລະ ອື່ນໆ.

ແຫຼ່ງຂ່າວ: ແຂວງແຂວງວຽງຈັນ

Related Articles

Leave a Reply