Visit BigblueAgency
ບ້ານນໍ້າໂມ້ ໄດ້ຊົມໃຊ້ເສັ້ນທາງເບຕົງ ຍາວເກືອບ 3 ກິໂລແມັດ

ບ້ານນໍ້າໂມ້ ໄດ້ຊົມໃຊ້ເສັ້ນທາງເບຕົງ ຍາວເກືອບ 3 ກິໂລແມັດ

ປະຊາຊົນບ້ານນໍ້າໂມ້ ເມືອງອານຸວົງ ແຂວງໄຊສົມບູນຈໍານວນ 400 ກວ່າຄອບ ຄົວ ໄດ້ຊົມ ໃຊ້ເສັ້ນທາງເບຕົງທີ່ຖາວອນ, ໂດຍການປະກອບສ່ວນຊ່ວຍເຫລືອທຶນໃນການກໍ່ສ້າງຂອງບໍລິສັດ ພູເບ້ຍ ມາຍນິງ ມູນຄ່າຫຼາຍ 1,4 ລ້ານ ໂດລາສະຫະລັດ.

      ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ພູເບ້ຍ ມາຍນິງ ໃຫ້ຮູ້ວ່າ: ການກໍ່ສ້າງເສັ້ນ ທາງ ເບຕົງຢູ່ບ້ານນໍ້າໂມ້  ແມ່ນບໍ່ໄດ້ນອນຢູ່ຂໍ້ກໍານົດພັນທະສັນຍາສໍາປະທານຂອງບໍລິສັດ ພູເບ້ຍ ມາຍນິງ, ແຕ່ໂຄງການດັ່ງກ່າວຖືເປັນໂຄງການພິເສດ ທີ່ອະດີດຄະນະນໍາທີ່ນໍາໂດຍ ອະດີດເຈົ້າ ແຂວງ ໄຊສົມ ບູນ ແລະ ຜູ້ບໍລິຫານຂອງບໍລິສັດ ພູເບ້ຍ ມາຍນິງ ໄດ້ປຶກສາຫາລື ແລະ ເຫັນດີຮ່ວມກັນ ໃນການປະ ກອບສ່ວນກໍ່ສ້າງເສັ້ນທາງດັ່ງກ່າວທີ່ມີຄວາມຍາວ 2.700 ກວ່າແມັດ, ກວ້າງ 6 ແມັດ ແລະ ການກໍ່ສ້າງໄດ້ແບ່ງອອກເປັນ 2 ໄລຍະ ຊຶ່ງໄລຍະທີ 1 ເລີ່ມແຕ່ເດືອນ ພະຈິກ ປີ 2020 ຫາ ເດືອນ ມັງກອນປີ 2021, ເນື່ອງຈາກວ່າສະພາບການແຜ່ລະບາດຂອງພະຍາດໂຄວິດ -19, ຈຶ່ງເຮັດໃຫ້ການ ກໍ່ສ້າງໃນໄລຍະທີ 2 ໄດ້ເລື່ອນອອກໄປເປັນເວລາຫຼາຍເດືອນ, ຈາກນັ້ນ ໄລຍະທີ 2 ຈຶ່ງໄດ້ກັບ ມາເລີ່ມກໍ່ສ້າງລະຫວ່າງເດືອນຕຸລາ ຫາ ເດືອນທັນວາ ປີ 2021 ຈຶ່ງສໍາເລັດ ແລະ ພາຍຫຼັງສໍາເລັດ ເສັ້ນທາງເສັ້ນນີ້ຈະສາມາດເຊື່ອມຕໍ່ຫາແຂວງທີ່ສະດວກສະບາຍ ທັງເຮັດໃຫ້ການສັນຈອນມີຄວາມ ປອດໄພ ພ້ອມທັງຈະເປັນເງື່ອນໄຂທີ່ດີໃນການສ້າງເສດຖະກິດສັງຄົມຢູ່ເຂດບ້ານນໍ້າໂມ້ ແລະ ເຂດອ້ອມຂ້າງ.

ຂ່າວ: ບຸນຍັງ ພຸດສະຫວັດ

Related Articles

Leave a Reply