ອໍານາດການປົກຄອງແຂວງບໍລິຄຳໄຊ ໄດ້ຈູດທຳລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 23 ປີ (12 ຕຸລາ 2001 – 12 ຕຸລາ 2024) ຢູ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດ ໜອງດົງ ເມືອງປາກກະດິງ, ໃນວັນທີ 15 ຕຸລາ 2024 ຜ່ານມານີ້.
ສໍາລັບ ຢາເສບຕິດທີ່ນຳມາຈູດທຳລາຍຄັ້ງນີ້ປະກອບມີ: ຢາບ້າ 7 ລ້ານ 4 ແສນກວ່າເມັດ ນ້ຳໜັກ 731 ກິໂລກຣາມ, ຢາໄອສ 135 ກິໂລກຣາມ, ເຮໂລອິນ 35,5 ກິໂລກຣາມ, ກັນຊາແຫ້ງ 3,683 ກິໂລກຣາມ, ຄໍລາເຈນ 157 ຊອງ, ຢາສູບໄຟຟ້າ 186 ອັນ ແລະ ຢາອີ 191 ເມັດ ລວມນ້ຳໜັກທັງ ໝົດ 4 ໂຕນກວ່າ. ຢາເສບຕິດທີ່ນຳມາຈູດທຳລາຍທັງໝົດນີ້ ໄດ້ຜ່ານການສືບສວນ-ສອບສວນ ດຳເນີນຄະດີ ແລະ ຜ່ານການຕັດສິນຂອງສານເປັນທີ່ຮຽບຮ້ອຍແລ້ວ.
ປະຈຸບັນ, ສະພາບການລະບາດຂອງຢາເສບຕິດ ທີ່ແຜ່ລາມຢ່າງກວ້າງຂວາງຈາກຕົວເມືອງ ໄປສູ່ ຊົນນະບົດ ໃນລະດັບທີ່ແຕກຕ່າງກັນ ກາຍເປັນໄພ ອັນຕະລາຍຄຸກຄາມເຖິງຄວາມໝັ້ນຄົງຂອງຊາດ, ບ້ານ, ເມືອງ ແລະ ສັງຄົມ ທັງເປັນອຸປະສັກ ກົດໜ່ວງຖ່ວງດຶງ ການສ້າງສາພັດທະນາປະເທດຊາດ ນຳຄວາມເສຍຫາຍມາສູ່ຄອບຄົວ, ຄົນຮຸ່ນສືບທອດ ແລະ ປະຊາຊົນລາວບັນດາເຜົ່າ.