ບໍລິສັດການລົງທຶນຢາງພາລາ ຢຸນນານ ຈໍາກັດໄດ້ປ່ອຍເງິນກູ້ຢືມຫຼາຍກວ່າ 4 ຕື້ກີບໂດຍບໍ່ມີດອກເບ້ຍໃຫ້ແກ່ຊາວສວນຢາງພາລາ ຈໍານວນ 28 ບ້ານ ແລະ ໄດ້ວາງແຜນການເກັບຊື້ນໍ້າຢາງພາລາໃຫ້ໄດ້ 90.000 ໂຕນຄິດເປັນມູນຄ່າ 540 ຕື້ກີບ ໃນປີ 2021 ນີ້.
ບໍລິສັດດັ່ງກ່າວໄດ້ເລີ່ມສົ່ງເສີມປະຊາຊົນໃນການປູກຢາງພາລານັບແຕ່ປີ 2012 ເປັນຕົ້ນມາ ໂດຍໄດ້ປ່ອຍເງິນກູ້ຢືມບໍ່ມີດອກເບ້ຍໃຫ້ຊາວສວນຢາງພາລາເພື່ອແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນ ແລະ ມີການເກັບຊື້ຈາກປະຊາຊົນໂດຍທີ່ຊາວສວນຢາງພາລາບໍ່ຕ້ອງກັງວົນເລື່ອງຕະຫຼາດ. ມາຮອດປີ 2020, ບໍລິສັດໄດ້ເຊັນ ສັນຍາຮ່ວມມືກັບປະຊາຊົນລວມທັງໝົດ ຈຳນວນ 136 ບ້ານ, ໄດ້ປ່ອຍເງິນກູ້ຢືມໂດຍບໍ່ມີດອກເບ້ຍຈໍານວນ 13 ຕື້ 690 ລ້ານກີບ ໃຫ້ປະຊາຊົນ.
ນອກຈາກນີ້, ບໍລິສັດດັ່ງກ່າວຍັງໄດ້ສົ່ງເສີມພັດທະນາ ແລະ ປະກອບສ່ວນຊ່ວຍເຫຼືອສັງຄົມເປັນຕົ້ນແມ່ນການບໍາບັດຜູ້ຕິດສິ່ງເສບຕິດ, ຊ່ວຍເຫຼືອຊຸມຊົນ ແລະ ພັດທະນາເສດຖະກິດທ້ອງຖິ່ນ, ສ້າງສີມືແຮງງານໃຫ້ກຳມະກອນ, ສ້າງທີ່ຢູ່ອາໄສ ແລະ ໂຮງຮຽນ ເພື່ອໃຫ້ລູກຫຼານກໍາມະກອນໄດ້ເຂົ້າໂຮງຮຽນ ຢູ່ແຂວງຫຼວງນໍ້າທາ.
ຂ່າວ-ພາບ: ສົມພອນ ຂຸນດາວົງ