Vientiane Times Lao
ບໍລິສັດກຸ່ມ ຊົງຊິງ ຈົງຈືທຽນເຊິງ ຈໍາກັດ ສົນໃຈລົງທຶນພັດທະນາແຫຼ່ງທ່ອງທ່ຽວ ຖໍ້າເກົາເຫຼົາ

ບໍລິສັດກຸ່ມ ຊົງຊິງ ຈົງຈືທຽນເຊິງ ຈໍາກັດ ສົນໃຈລົງທຶນພັດທະນາແຫຼ່ງທ່ອງທ່ຽວ ຖໍ້າເກົາເຫຼົາ

ບໍລິສັດກຸ່ມ ຊົງຊິງ ຈົງຈືທຽນເຊິງ ຈໍາກັດ ສົນໃຈລົງທຶນພັດທະນາແຫຼ່ງທ່ອງທ່ຽວ ຖໍ້າເກົາເຫຼົາ ຢູ່ບ້ານ ນໍ້າແອງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ, ຖ້ຳດັ່ງກ່າວຕັ້ງຢູ່ໃນເຂດປ່າສະຫງວນແຫ່ງຊາດນ້ຳຫ້າ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການເກັບກຳຂໍ້ມູນ ສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ ໃນການພັດທະນາ ຖໍ້າດັ່ງກ່າວໄດ້ຈັດຂຶ້ນເມື່ອມໍ່ໆມານິ້ ທີ່ແຂວງຫຼວງນ້ຳທາ, ຕາງໜ້າອໍານາດການປົກຄອງ ແຂວງຫຼວງນໍ້າທາ ເຊັນໂດຍທ່ານ ວົງມະນີ ເພື່ອປະຊາ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຫຼວງນ້ຳທາ ແລະ ທ່ານ ຈຽງຈິນ ປະທານບໍລິສັດກຸ່ມ ຊົງຊິງ ຈົງຈືທຽນເຊິງ ຈໍາກັດ.

ການສຳຫຼວດ, ເກັບກຳຂໍ້ມູນ ແລະ ສຶກສາຄວາມເປັນໄປໄດ້ ໃນການພັດທະນາ ແຫຼ່ງທ່ອງທ່ຽວ ຖໍ້າເກົາເຫຼົາ ນີ້ ຈະໃຊ້ເວລາ 18 ເດືອນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ໂດຍຈະມີການຂຽນບົດວິ ພາກເສດຖະກິດ-ເຕັກນິກ, ບົດການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ບົດປະເມີນຜົນກະທົບຕໍ່ສັງຄົມ ແລະ ອື່ນໆ.

ແຫຼ່ງຂໍ້ມູນ: ມຸນຕີ

Related Articles

Leave a Reply