ບໍລິສັດບົວລະພາ ກະສິກໍາ-ປ່າ ໄມ້ຈໍາກັດ ມີການຂະຫຍາຍເນື້ອທີ່ສວນປູກໄມ້ວິກ ແລະ ໄມ້ກະຖິນນະລົງ ໃນທຸກໆປີ, ສະເພາະປີນີ້ ບໍລິສັດດັ່ງກ່າວໄດ້ກຽມເບ້ຍໄມ້ວິກໄວ້ແລ້ວ 2 ລ້ານເບ້ຍ ເພື່ອກຽມປູກໃນເນື້ອທີ 1.200 ເຮັກຕາ ຢູ່ ແຂວງວຽງຈັນ.
ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງອໍານວຍການບໍລິສັດບົວລະພາ ກະສິກໍາ-ປ່າໄມ້ ຈໍາກັດ ໄດ້ກ່າວຕໍ່ທີມຂ່າວວຽງຈັນທາຍ ມື້ເຊົ້າວັນທີ 28 ພຶດສະພາ 2020 ຢູ່ສວນກ້າໄມ້ຂອງບໍລິສັດ ທີ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ວ່າ: ການກະກຽມເນື້ອທີ່ປູກຕົ້ນໄມ້ປີນີ້ຂອງບໍລິສັດແມ່ນສໍາເລັດແລ້ວ 80%. ປີນີ້ຈະມີການຂະຫຍາຍເນື້ອທີ່ສວນ ຫຼື ປູກສະເພາະໄມ້ວິກເທົ່ານັ້ນ ຢູ່ 4 ເມືອງຄື: ເມືອງເຟືອງ, ຫີນເຫີບ, ຊະນະຄາມ ແລະ ເມືອງ ມື່ນ, ແຂວງວຽງຈັນ. ການທີ່ບໍລິສັດປູກຕົ້ນໄມ້ຊະນິດ ເຫຼົ່ານີ້ຍ້ອນວ່າບໍລິສັດກໍາລັງ ສ້າງໂຮງງານໄມ້ອັດຢູ່ ເມືອງຫີນເຫີບ, ຊຶ່ງຈະສ້າງສໍາເລັດໃນເດືອນມິຖຸນາ 2021.
ທ່ານ ນາງ ສຸໄພວັນ ໄດ້ກ່າວຕື່ມວ່າ: ປົກກະຕິແລ້ວປີ 2020 ນີ້, ບໍລິສັດ ແມ່ນໄດ້ກ້າເບ້ຍໄມ້ທັງໝົດ 2,2 ລ້ານເບ້ຍ ແລະ ຈະມີການປູກຢູ່ສວນຂອງບໍລິສັດພຽງແຕ່ 2 ລ້ານເບ້ຍ ສ່ວນວ່າ 200,000 ເບ້ຍແມ່ນຈະແຈກຍາຍໃຫ້ລ້າໆສໍາລັບປະຊາຊົນທີ່ຕ້ອງການໄປປູກຢູ່ຮົ້ວສວນຂອງພວກເຂົາເຈົ້າ. ການປູກໄມ້ເພື່ອຂະຫຍາຍເນື້ອທີ່ສວນຂອງບໍລິສັດນີ້ ແມ່ນຈະມີການເພີ່ມຂຶ້ນທຸກໆປີ ຄາດວ່າປີ 2021 ຈະມີເນື້ອທີ ປູກໄມ້ 2,000 ເຮັກຕາ ຊຶ່ງຄາດວ່າຮອດປີ 2030 ບໍລິສັດຈະບັນລຸເນື້ອທີ່ສວນຂອງບໍລິສັດທີ່ວາງໄວ້ຄື 60,000 ເຮັກຕາ, ຮອດປັດຈຸບັນນີ້ເນື້ອທີ່ສວນໄມ້ລວມຂອງບໍລິສັດບັນລຸແລ້ວຫຼາຍ ກວ່າ 4.000 ເຮັກຕາ.
ນອກຈາກບໍລິສັດບົວລະພາແລ້ວ ຍັງມີພາກສ່ວນຕ່າງໆ ໃນທົ່ວປະເທດ ລວມທັງພາກລັດ ແລະ ເອກະຊົນ ກໍ່ໄດ້ມີການກະກຽມເບ້ຍໄມ້ເພື່ອປູກໃນແຕ່ລະປີ ຊຶ່ງທາງລັດຖະບານລາວໄດ້ກໍານົດເອົາວັນທີ 1 ມິຖຸນາ ຂອງທຸກໆປີເປັນວັນປູກຕົ້ນໄມ້ແຫ່ງຊາດ ເພື່ອໃຫ້ບັນລຸຕາມແຜນທີ່ໄດ້ວາງໄວ້ ຄືໃຫ້ເນື້ອທີ່ປ່າປົກຫຸ້ມ 70 % ໃນທົ່ວປະເທດ ໃນປີ 2020.
ຂ່າວ: ວຽງຈັນທາຍ
ພາບ: ສົມພາວັນ