Vientiane Times Lao
ບໍລິສັດລາວເວີນ ມອບໜ້າກາກອະນາໄມ ເພື່ອນໍາໃຊ້ປ້ອງກັນໂຄວິດ-19

ບໍລິສັດລາວເວີນ ມອບໜ້າກາກອະນາໄມ ເພື່ອນໍາໃຊ້ປ້ອງກັນໂຄວິດ-19

ສູນກາງແນວລາວສ້າງຊາດ ຮ່ວມກັບບໍລິສັດລາວເວີນ ມະຫາຊົນ ແລະ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ນຳໜ້າກາກອະນາໄມ ປະມານ 560 ອັນມາມອບໃຫ້ 6 ໂຮງໝໍສູນກາງໃນນະຄອນຫຼວງວຽງຈັນ ໃນວັນທີ 24 ເມສາ 2020 ລວມມູນຄ່າທັງໝົດ 208 ລ້ານກີບ.

ການມອບອຸປະກອນການແພດດັ່ງກ່າວ ແມ່ນເພື່ອສະໜັບສະໜູນໃຫ້ ທ່ານໝໍນຳໃຊ້ໃນການກຽມພ້ອມຕ້ານພະຍາດອັກເສບ ປອດຈາກເຊື້ອຈຸລະໂລກ ສາຍພັນໃໝ່ ໂຄວິດ-19 ໂດຍມອບໃຫ້ໂຮງໝໍ 103, ໂຮງໝໍມິດຕະພາບ, ໂຮງໝໍມະໂຫສົດ, ໂຮງໝໍເຊດຖາທິລາດ, ໂຮງໝໍແມ່ ແລະ ເດັກ ແລະ ໂຮງໝໍເດັກ.

ການຊ່ວຍເຫຼືອດັ່ງກ່າວມອບໂດຍ ທ່ານ ສົມອົກ ກິງສະດາ ຮອງປະທານສູນກາງແນວລາວສ້າງຊາດ, ຕ່າງໜ້າບໍລິສັດລາວເວີນມະຫາຊົນ ແລະ ມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ແລະ ຮັບໂດຍ ຕາງໜ້າໂຮງໝໍສູນກາງ ມີພະນັກງານທີ່ກ່ຽວຂ້ອງໃນການມອບ-ຮັບຂອງພາກສ່ວນຕ່າງໆເຂົ້າຮ່ວມ.

ໃນມື້ດຽວກັນຕາງໜ້າບໍລິສັດລາວເວີນມະຫາຊົນ ກໍ່ໄດ້ມອບໜ້າກາກອະນາໄມດັ່ງກ່າວໃຫ້ແກ່ກອງບັນຊາການຕຳຫຼວດຈະລາຈອນ 9 ຕົວເມືອງ ໃນນະຄອນຫຼວງວຽງຈັນ, ໜ່ວຍກູ້ໄພ 9 ໜ່ວຍໃນນະຄອນຫຼວງວຽງຈັນ ແລະ ສື່ມວນຊົນ10 ພາກສ່ວນ.

ຂ່າວ-ພາບ: ເພັດໂພໄຊ

Related Articles

Leave a Reply