Vientiane Times Lao
ບໍລິສັດລ້ານຊ້າງ ມີເນໂຣນສ໌ ຈໍາກັດໃຫ້ທຶນກໍ່ສ້າງ ຝາຍນໍ້າລິນຫ້ວຍນໍ້າຈິງ ໃຫ້ບ້ານແກ້ງເກິກ

ບໍລິສັດລ້ານຊ້າງ ມີເນໂຣນສ໌ ຈໍາກັດໃຫ້ທຶນກໍ່ສ້າງ ຝາຍນໍ້າລິນຫ້ວຍນໍ້າຈິງ ໃຫ້ບ້ານແກ້ງເກິກ

ບໍລິສັດລ້ານຊ້າງ ມີເນໂຣນສ໌ ຈໍາກັດ ໃຫ້ທຶນກໍ່ສ້າງ ຝາຍນໍ້າລິນຫ້ວຍນໍ້າຈິງ ໃຫ້ບ້ານແກ້ງເກິກ ເມືອງ ວິລະບູລີ ແຂວງສະຫວັນນະເຂດ ມູນຄ່າ ຫຼາຍກວ່າ 200 ລ້ານກີບ ເພື່ອພັດທະນາຊຸມຊົນ ຢູ່ອ້ອມຂ້າງໂຄງການຂຸດຄົ້ນບໍ່ຄໍາ-ທອງເຊໂປນ ໃຫ້ໄດ້ມີລະດັບຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ.

ການກໍ່ສ້າງ ຝາຍນໍ້າລິນດັ່ງກ່າວນີ້ໄດ້ຈັດຕັ້ງປະຕິບັດກໍ່ສ້າງແບບມີສ່ວນຮ່ວມ, ບໍລິສັດລ້ານຊ້າງ ມີເນໂຣນສ໌ ຈໍາກັດ ສະໜັບສະໜູນດ້ານງົບປະມານ ແລະ ສະໜອງອຸປະກອນ ສ່ວນແຮງງານແມ່ນປະຊາຊົນພາຍໃນບ້ານ ແລະ ຊີ້ນໍາໂດຍວິຊາການຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ພ້ອມດ້ວຍວິຊາການ ໜ່ວຍງານພັດທະນາຊຸມຊົນ ພາກສະໜາມຂອງບໍລິສັດ.

ຫົວງານຂອງຝາຍເຮັດດ້ວຍເບຕົງເສີມເຫຼັກ ແລະ ກະຕ່າຫີນ, ຝາຍມີຄວາມຍາວ 13 ແມັດ, ກວ້າງ 2 ແມັດ ແລະ ສູງ 2 ແມັດ, ລະບົບຊົມໃຊ້ດ້ວຍທໍ່ HDPE ເພື່ອລໍາລຽງນໍ້າຈາກຫົວງານ ຫາ ບ້ານ ມີລວງຍາວທັງໝົດ 2.600 ແມັດ, ຄວາມສູງລະດັບຫົວງານທຽບໃສ່ຄວາມສູງ ລະດັບບ້ານ 13 ແມັດ ສະເລ່ຍປະລິມານນໍ້າໄຫຼໃນທໍ່ ປະມານ 1,5 ລິດ/ວິນາທີ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນເດືອນ ທັນວາ 2023 ແລະ ສໍາເລັດໃນທ້າຍເດືອນ ມັງກອນ 2024 ນີ້ ແລະ ໄດ້ມີພິທີມອບ-ຮັບໂຄງການດັ່ງກ່າວໃຫ້ປະຊາຊົນແກ້ງເກິກ ເປັນຜູ້ຄຸ້ມຄອງ ເມື່ອມໍ່ໆມານີ້ ທີ່ບ້ານດັ່ງກ່າວໂດຍການເປັນປະທານໃນພິທີມີທ່ານ ວາລິຍະ ສີຈັນທອງທິບ ເຈົ້າເມືອງວິລະບູລີ, ນອກນັ້ນຍັງມີທ່ານ ສະໝານ ອາເນກາ ຜູ້ອໍານວຍການໃຫຍ່ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈໍາກັດ, ທ່ານ ຄໍາໃບ ໄຊຍະລິນຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງວິລະບູລີ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.   

ຂໍ້ມູນ: ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ

Related Articles

Leave a Reply