Vientiane Times Lao
ບໍລິສັດເບຍລາວ ສ້າງລາຍຮັບໃຫ້ແກ່ງົບປະມານແຫ່ງຊາດ 2.000 ຕື້ກວ່າກີບ ຕໍ່ປີ

ບໍລິສັດເບຍລາວ ສ້າງລາຍຮັບໃຫ້ແກ່ງົບປະມານແຫ່ງຊາດ 2.000 ຕື້ກວ່າກີບ ຕໍ່ປີ

ບໍລິສັດເບຍລາວ ເປັນບໍລິສັດທີ່ສ້າງລາຍຮັບໃຫ້ແກ່ງົບປະມານແຫ່ງຊາດເປັນອັນດັບໜຶ່ງ, ຊຶ່ງປີໜຶ່ງລັດຖະບານມີລາຍຮັບທາງກົງຈາກບໍລິສັດເຖິງ 2.000 ຕື້ກວ່າກີບ, ໂດຍສະເພາະເປັນບໍລິສັດນໍາໜ້າໃນການນໍາໃຊ້ເຕັກໂນໂລຊີທັນຍຸກທັນສະໄໝມາຕະຫຼອດ, ທັງເປັນແບບຢ່າງໃນການຜັນຂະ ຫຍາຍແນວ ທາງນະໂຍບາຍການປ່ຽນແປງໃໝ່ທາງດ້ານເສດຖະກິດຂອງພັກ ແລະ ລັດຖະບານ.
ປະທານ ບໍລິສັດ ເບຍລາວ ຈໍາກັດ, ທ່ານ ສູນທອນ ພົມມະຈັກ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 45 ປີ ( 2 ທັນວາ 1975 – 2 ທັນວາ 2020 ) ທີ່ຈະມາເຖີງນີ້ ໃນວັນທີ 12 ພະຈິກ ວ່າ: ການເຕີບໃຫຍ່ຂະຫຍາຍຕົວຂອງບໍລິສັດເບຍລາວ ນັບແຕ່ມື້ໄດ້ຮັບການສ້າງຕັ້ງຂຶ້ນຈົນມາຮອດປັດຈຸບັນ ບໍລິສັດໄດ້ດໍາເນີນທຸລະກິດທີ່ສອດ ຄ່ອງກັບແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ກົນໄກການປັບປຸງປ່ຽນແປງຂອງ ພັກ-ລັດ ໃນແຕ່ລະໄລຍະ ຈຶ່ງເຮັດໃຫ້ບໍລິສັດໄດ້ຮັບການພັດທະນາເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ເອົາໃຈໃສ່ກໍ່ສ້າງຍົກສູງຄວາມຮູ້-ຄວາມສາມາດໃຫ້ພະນັກງານຢ່າງບໍ່ຢຸດຢັ້ງ, ເອົາໃຈໃສ່ສູງສຸດຕໍ່ບັນຫາສຸຂະພາບ ແລະ ຄວາມປອດໄພຂອງພະນັກງານ, ກໍາມະກອນ, ທັງເຮັດໃຫ້ເຂົາເຈົ້າກໍາໄດ້ແນວທາງນະ ໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານໃນແຕ່ລະໄລຍະ.
ບໍລິສັດເບຍລາວ ມີການຮ່ວມມືກັບບໍລິສັດຊັ້ນນໍາຂອງໂລກ ຄື: ບໍລິສັດຄາສເບີກ ຈາກປະເທດດານມາກທີ່ມີປະສົບການມາຫຼາຍກວ່າ 170 ປີ, ທັງມີ ການຮ່ວມມື ແລະ ລົງທຶນຢູ່ຫຼາຍກວ່າ 150 ປະເທດໃນທົ່ວໂລກ, ຊຶ່ງໄດ້ສ້າງວຽກເຮັດງານທໍາໂດຍກົງໃຫ້ແກ່ແຮງງານເກືອບ 3.000 ຄົນ.
ໃນນັ້ນບໍລິສັດເບຍລາວ ມີຄວາມຮັບຜິດ ຊອບສູງຕໍ່ສັງຄົມດ້ວຍການໂຄສະນາຂົນຂວາຍໃຫ້ມີຄວາມປອດໄພໃນການຂັບຂີ່, ດື່ມແລ້ວບໍ່ຂັບຂີ່, ມີງົບປະມານລາຍຈ່າຍຫຼາຍຕື້ກີບໃນແຕ່ລະປີເພື່ອອຸປະຖໍາສົ່ງເສີມໃນການຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ຊຸກຍູ້ອຸປະຖໍາໃນການຮັກສາສະພາບແວດລ້ອມ, ການຮັກສາສຸຂະພາບຂອງປະຊາຊົນ, ວຽກງານກິລາ, ສາທາລະນະສຸກ, ສົ່ງເສີມວຽກ ງານການສຶກສາ, ພ້ອມທັງມີທຶນໃຫ້ນັກສຶກສາທີ່ຮຽນດີມີຄຸນສົມບັດແຕ່ດ້ອຍໂອກາດຢູ່ສະຖາບັນການສຶກສາຕ່າງໆໃນແຕ່ລະປີ.
ສໍາລັບບໍລິສັດ ເບຍລາວ ຈໍາກັດ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1973 ເພື່ອຜະລິດ ແລະ ຈໍາໜ່າຍເບຍ, ມາຮອດ ປີ 2020, ເບຍລາວ ໄດ້ກາຍເປັນບໍລິສັດໃຫຍ່ລະດັບຊາດ ທີ່ມີໂຮງງານຢູ່ 3 ແຫ່ງ ຄື: ຢູ່ນະຄອນຫຼວງວຽງຈັນ 2 ແຫ່ງ ແລະ ແຂວງ ຈໍາປາສັກ 1 ແຫ່ງ. ນອກຈາກນີ້ ຍັງມີແຜນຂະຫຍາຍໂຮງງານອີກ 1 ແຫ່ງຢູ່ ແຂວງຫຼວງພະບາງໃນຕໍ່ໜ້າ.
ປັດຈຸບັນ, ບໍລິສັດ ມີກໍາລັງການຜະລິດລວມ ເຖິງ 950 ລ້ານລີດຕໍ່ປີ, ໃນນີ້ລວມມີ 3 ຜະລິດຕະພັນຫຼັກ ຄື: ເບຍ, ນໍ້າອັດລົມໃນເຄືອແປັບຊີ ແລະ ນໍ້າດື່ມຫົວເສືອ, ສະເພາະເບຍລາວ ມີການສົ່ງອອກເຖິງ 20 ກວ່າປະເທດ ເຊັ່ນ: ຈີນ, ສະຫະລັດອາເມລິກາ, ຍິ່ປຸ່ນ, ເອີຣົບ, ໄທ, ຫວຽດນາມ ແລະ ອື່ນໆ.

ຂ່າວ: ວຽງຈັນທາຍ

ຂໍ້ມູນ: ວິທະຍຸກະຈາຍສຽງແຫ່ງຊາດ

 

Related Articles

Leave a Reply

error: ສົນໃຈຂໍ້ມູນ ກະລຸນາຕິດຕໍ່ກອງບັນນາທິການ