Vientiane Times Lao
ບໍລິສັດ ສະຕາ ໂທລະຄົມ (ຢູນິເທວ) ສາຂາແຂວງອຸດົມໄຊ ໄດ້ເປີດນຳໃຊ້ຫ້ອງການແຫ່ງໃໝ່ຢ່າງເປັນທາງການ ເພື່ອເສີມຂະຫຍາຍສັກກະຍາພາບແຫ່ງການບໍລິການ

ບໍລິສັດ ສະຕາ ໂທລະຄົມ (ຢູນິເທວ) ສາຂາແຂວງອຸດົມໄຊ ໄດ້ເປີດນຳໃຊ້ຫ້ອງການແຫ່ງໃໝ່ຢ່າງເປັນທາງການ ເພື່ອເສີມຂະຫຍາຍສັກກະຍາພາບແຫ່ງການບໍລິການ

            ບໍລິສັດ ສະຕາ ໂທລະຄົມ ຫຼື ຢູນິເທວ ຜູ້ນຳທາງດ້ານເຕັກໂນໂລຊີການສື່ສານ ສາຂາແຂວງອຸດົມໄຊ ໄດ້ມີພິທີເປີດນຳໃຊ້ຫ້ອງການແຫ່ງໃໝ່ ຢ່າງເປັນທາງການ ເພື່ອຂະຫຍາຍຄຸນນະພາບຂອງການບໍລິການໃນລະດັບພາກພື້ນ ໂດຍສະເພາະແມ່ນຊາວແຂວງອຸດົມໄຊ ເຊິ່ງໄດ້ຈັດໃນຕອນເຊົ້າຂອງວັນທີ 10 ເມສາ 2025 ທີ່ຜ່ານມາ,.

ພິທີດັງກ່າວໄດ້ໃຫ້ກຽດເຂົ້າຮ່ວມໂດຍ  ທ່ານ ບຸນຄົງ ຫຼ້າຈຽມພອນ, ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ, ທ່ານ ສົມຈັນ ເທບພາລີ, ເຈົ້າເມືອງ-ເມືອງໄຊ, ທ່ານ ດາວວີ ສີຫາເທບ-ຮອງຜູ້ອໍານວຍການໃຫຍ່ຈັດຕັ້ງ-ບໍລິຫານ ບໍລິສັດ ສະຕາ ໂທລະຄົມ, ທ່ານ ຫງຽນ ຮົງ ມິງ-ຮອງຜູ້ອໍານວຍການໃຫຍ່ ດິຈິຕ໋ອນ ບໍລິສັດ ສະຕາ ໂທລະຄົມ, ທ່ານ ນ. ປີ່ນຄໍາ ອຸນລະຄອນ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງອຸດົມໄຊ, ທ່ານ ຫງຽນ ເຈືອງ ມິງ ອໍານວຍການບໍລິສັດ ສະຕາ ໂທລະຄົມ ສາຂາແຂວງອຸດົມໄຊ, ພ້ອມດ້ວຍການນຳພັກ-ລັດ, ຄະນະອຳນວຍການ ບໍລິສັດສະຕາ ໂທລະຄົມ ໃນບັນດາສາຂາແຂວງ, ແຂກຖືກເຊີນ, ສື່ມວນຊົນ ແລະ ພະນັກງານ ຢູນິເທວ ສາຂາແຂວງອຸດົມໄຊ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ຫງຽນ ເຈືອງ ມິງ ອໍານວຍການບໍລິສັດ ສະຕາ ໂທລະຄົມ ສາຂາແຂວງອຸດົມໄຊ ໄດ້ກ່າວໃນພິທີວ່າ: “ເພື່ອຮັບປະກັນໃຫ້ແກ່ການພັດທະນາຂອງບໍລິສັດໃນອານາຄົດຂ້າງໜ້າ ແລະ ສ້າງໄວ້ເພື່ອໃຫ້ຄົນຮຸ້ນຫຼັງ, ມື້ນີ້ບໍລິສັດສະຕາໂທລະຄົມ ສາຂາແຂວງອຸດົມໄຊ ຈຶ່ງໄດ້ມີພິທີເປີດນຳໃຊ້ຕຶກຫ້ອງການຫລັງໃໝ່ຂອງ ເຊິ່ງມີມູນຄ່າກໍ່ສ້າງຫຼາຍທັງໝົດ 10 ກ່ວາຕື້ກີບ, ລວມເນື້ອທີ່ດິນທັງໜົດແມ່ນ 800 ຕາເເມ້ດ. ເຊິ່ງອາດເວົ້າໄດ້ວ່າເປັນຕຶກຫ້ອງການທີ່ສາວຍງາມ, ທັນສະໄໝ ຂອງຢູນິເທວ ຢູ່ແຂວງອຸດົມໄຊ, ເປັນການປະກອບສ່ວນໃນການສ້າງສາພັດທະນາຕົວເມືອງຂອງແຂວງ, ເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບແບບພິເສດ ລະຫ່ວາງ ສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ, ຂໍສະແດງຄວາມຮູ້ບຸນຄູນຢ່າງເລີກເຊີ່ງ ມາຍັງການນຳພັກລັດ, ບັນດາອົງການຈັດຕັ້ງ, ອຳນາດການປົກຄອງທ້ອງຖີ່ນທຸກຂັ້ນ ແລະ ຄະນະອຳນວຍການໃຫ່ຍ, ພະແນກການ ຂອງບໍລິສັດ ສະຕາ ໂທລະຄົມ ທີ່ໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກທຸກປະການໃຫ້ແກ່ ຢູນີເທວ ສາຂາແຂວງອຸດົມໄຊ ໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ແລະ ເປີດກວ້າງບໍລິການຈົນມາຮອດທຸກມື້ນີ້”

ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ກ່າວສະແດງຄວາມຍິນດີ ແລະ ໃຫ້ຄຳເຫັນວ່າ “ການນຳໃຊ້ຫ້ອງການຫຼັງໃໝ່ບໍລິສັດ ສະຕາ ໂທລະຄົມ ສາຂາແຂວງ ອຸດົມໄຊ ເຊີ່ງສະແດງເຖິງການເຕີບໃຫຍ່ຂະຫຍາຍຕົວຂອງ ບໍລິສັດ ສະຕາໂທລະຄົມ ສາຂາແຂວງ ອຸດົມໄຊ ແລະ ເປັນການປະກອບສ່ວນໃນການສ້າງສາ ແລະ ພັດທະນາແຂວງອຸດົມໄຊ, ສຳນັກງານຫ້ອງການນີ້ຕັ້ງຢູ່ໃຈກາງເມືອງ ເປັນເງື່ອນໄຂສະດວກໃນການໃຫ້ບໍລິການປະຊາຊົນເຊີ່ງເປັນການຍົກບົດບາດຂອງບໍລິສັດ ສະຕາ ໂທລະຄົມ ໃນການປະຕິບັດວິໄສທັດຂອງຕົນ”

ໂອກາດຕໍ່ມາ, ໄດ້ມີພິທີການຕັດແຖບຜ້າເປີດນໍາໃຊ້ຫ້ອງການ ແລະ ປູກຕົ້ນໄມ້ເພື່ອຄວາມເປັນສິຣິມຸງຄຸນໃຫ້ກັບຫ້ອງການ ບໍລິສັດ ສະຕາໂທລະຄົມ ຈຳກັດ ສາຂາແຂວງອຸດົມໄຊ.

ຫ້ອງການໃໝ່ ຂອງ ຢູນິເທວ ສາຂາແຂວງ ອຸດົມໄຊ ຕັ້ງຢູ່ບ້ານ ນາຫວານນ້ອຍ ເມືອງໄຊ ແຂວງ ອຸດົມໄຊ, ມູນຄ່າກໍ່ສ້າງຫຼາຍທັງໝົດ 10 ກ່ວາຕື້ກີບ, ລວມເນື້ອທີ່ດິນທັງໜົດແມ່ນ 800 ຕາເເມ້ດ, ເປັນຕຶກທີ່ສາວຍງາມ, ທັນສະໄໝ ເພື່ອຮອງຮັບການໃຫ້ບໍລິການຂອງ ພໍ່ແມ່, ປະຊາຊົນຊາວແຂວງ ອຸດົມໄຊ.

Related Articles

Leave a Reply